ນັກ​ດົນ​ຕີ ຝໍດຶກ​ເຟືອງ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

(VOVWORLD) -ພາຍຫຼັງໄລຍະໜຶ່ງທີ່ໄດ້ຕໍ່ສູ້ກັບໂລກພະຍາດມະເຮັງ, ນັກດົນຕີ ຝໍດຶກເຟືອງ ໄດ້ເຖິງແກ່ມໍລະນະກຳໃນວັນທີ 19 ກັນຍາ, ມີອາຍຸຍືນ 76 ປີ.
ນັກ​ດົນ​ຕີ ຝໍດຶກ​ເຟືອງ ​ເຖິງ​ແກ່​ມໍ​ລະ​ນະ​ກຳ - ảnh 1ນັກດົນຕີ ຝໍດຶກເຟືອງ  

ນັກດົນຕີ ຝໍດຶກເຟືອງ ເກີດປີ 1944, ບ້ານເກີດຢູ່ ວັນຢາງ, ຮືງອຽນ, ໄດ້ຮຽນຈົບຈາກພະແນກປະດິດແຕ່ງ, ສະຖາບັນດົນຕີ ຮ່າໂນ້ຍ (ປັດຈຸບັນແມ່ນສະຖາບັນດົນຕີແຫ່ງຊາດຫວຽດນາມ).

ທ່ານເຄີຍປະຕິບັດງານຢູ່ກົມສິລະປະການສະແດງ, ກະຊວງວັດທະນະທຳ - ຖະແຫຼງຂ່າວ ຫວຽດນາມ, ກອງສິລະປະຮ້ອງເພງ ຟ້ອນ ດົນຕີ ຮ່າໂນ້ຍ, ເຄີຍເປັນກຳມະການຄະນະບໍລິຫານງານສະມາຄົມນັກດົນຕີຫວຽດນາມຊຸດທີ III (1983 - 1989) ແລະ ຊຸດທີ VII (2005 - 2010).

ໃນພາລະກິດຂອງຕົນ, ນັກດົນຕີ ຝໍດຶກເຟືອງ ໄດ້ແຕ່ງຫຼາຍບົດເພງທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກມິດເພງທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ