ນັກ​ທຸ​ລະ​ກິດ ຫວຽດ​ນາມ 4 ຄົນ ​ໄດ້​ຈັດ​ເຂົ້າ​ບັນ​ຊີ​ລາຍ​​ຊື່ເສດ​ຖີ​ຂອງວາ​ລະ​ສານ Forbes

(VOVWORLD) -ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ບຸກຄົນທີ່ຮັ່ງມີທີ່ສຸດໃນໂລກ ປະຈຳປີ 2020, ໃນນັ້ນ ເສດຖີ Jeff Bezos, ເຊິ່ງເປັນຜູ້ກໍ່ຕັ້ງ ທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດຂາຍຍ່ອຍ Amazon, ສືບຕໍ່ຮັກສາອັນດັບ 1 ໃນຕາຕະລາງຈັດອັນດັບ ດ້ວຍຊັບສົມບັດ ມີມູນຄ່າ 113 ຕື້ USD.
ນັກ​ທຸ​ລະ​ກິດ ຫວຽດ​ນາມ 4 ຄົນ ​ໄດ້​ຈັດ​ເຂົ້າ​ບັນ​ຊີ​ລາຍ​​ຊື່ເສດ​ຖີ​ຂອງວາ​ລະ​ສານ Forbes - ảnh 1 ນັກທຸລະກິດ ຫວຽດນາມ 4 ຄົນ ໄດ້ຈັດເຂົ້າບັນຊີລາຍຊື່ເສດຖີຂອງວາລະສານ Forbes (ພາບ: TTXVN)

 ໃນຕາຕະລາງຈັດອັນດັບເສດຖີ ປີ 2020 ຂອງ Forbes ມີນັກທຸລະກິດຫວຽດນາມ 4 ຄົນ, ເຊິ່ງລວມມີ: ທ່ານ ຟ້າມເຍິດເວື້ອງ ປະທານກຸ່ມບໍລິສັດ Vingroup ຢູ່ອັນດັບທີ 286 ດ້ວຍ ຊັບສົມບັດມີມູນຄ່າປະມານ 5,6 ຕື້ USD, ຖັດມາ ແມ່ນ ທ່ານນາງ ຫງວຽນທິເຟືອງຖ໋າວ ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດການບິນ Vietjet, ຢູ່ອັນດັບທີ 1.001, ດ້ວຍຊັບສົມບັດ ມີມູນຄ່າ 2,1 ຕື້ USD. ເຈົ້າຂອງ ຊັບສົມບັດ ມີມູນຄ່າ 1,5 ຕື້ USD, ແມ່ນ ທ່ານ ເຈິ່ນບ໊າເຢືອງ ປະທານກຸ່ມບໍລິສັດ Thaco ຢູ່ອັນດັບທີ 1.415 ໃນຕາຕະລາງຈັດອັນດັບເສດຖີປີ 2020 ຂອງວາລະສານ Forbes ແລະ ຜູ້ທີ 4 ແມ່ນ ທ່ານ ໂຮ່ຮຸ່ງແອັງ ປະທານທະນາຄານ Techcombank ດ້ວຍຊັບສົມບັດມີມູນຄ່າ  1 ຕື້ USD ຢູ່່່ອັນດັບທີ 1.990.

ນອກຈາກນັ້ນ, ວາລະສານ Forbes ກໍໄດ້ຊົມເຊີຍ ນັກທຸລະກິດຫວຽດນາມ 3 ຄົນ ທີ່ ໄດ້ຈັດເຂົ້າໃນບັນຊີ “30 Under 30 Asia”  ປີ 2020, ເຊິ່ງລວມມີ ທ່ານ ງຽມຊວັນຮຸຍ ຜູ້ກໍ່ຕັ້ງ ທັງເປັນຜູ້ອຳນວຍການຝ່າຍບໍລິຫານບໍລິສັດ startup Finhay; ທ່ານ ຮ່ານງອັກຕວ໊ນລິງ, ຜູ້ຮ່ວມກໍ່ຕັ້ງ ທັງເປັນຜູ້ບໍລິຫານ ຂອງກອງທຶນລົງທຶນ startup ປະດິດຄິດສ້າງ Vietnam Silicon Valley Capital ແລະ ນັກທຸລະກິດຍິງ ຫງວຽນທິງອັກຮວ່ຽນ ຂອງວິສາຫະກິດ startup ປະດິດຄິດສ້າງກ່ຽວກັບເຕັກໂນໂລຢີດ້ານສາທາລະນະສຸກ Medlink Asia.

ຕອບກັບ

ຂ່າວ/ບົດ​ອື່ນ