ນັກ​ທຸ​ລະ​ກິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) - ປີນີ້ການສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ ໄດ້ຈັດຂຶ້ນກົງກັບໂອກາດ ກົມການເມືອງຫາກໍ່ອອກມະຕິໃໝ່ກ່ຽວກັບການພັດທະນາ ແລະ ເສີມຂະຫຍາຍບົດບາດຂອງນັກທຸລະກິດ ຫວຽດນາມ ໃນໄລຍະໃໝ່. 
ນັກ​ທຸ​ລະ​ກິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1ມອບໃບຍ້ອງຍໍໃຫ້ແກ່ບັນດາວິສາຫະກິດດີເດັ່ນ (ພາບ: TTXVN)

ວັນທີ 13 ຕຸລາ ແມ່ນວັນສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ. ໂດຍໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 2004, ວັນນັກທຸລະກິດ ຫວຽດນາມ ເພື່ອແນໃສ່ຢັ້ງຢືນບັນດາການປະກອບສ່ວນ ແລະ ຄວາມສຳຄັນຂອງນັກທຸລະກິດໃນການສ້າງພື້ນຖານເສດຖະກິດ, ຮັບປະກັນການຊີວິດສັງຄົມ ແລະ ພັດທະນາປະເທດຊາດ. ໃນໂອກາດນີ້, ໄດ້ຈັດໃຫ້ມີການເຄື່ອນໄຫວສະເຫຼີມສະຫຼອງຫຼາຍຢ່າງ.

ຕອນຄ່ຳວັນທີ 12 ຕຸລາ, ສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ ໄດ້ຈັດພິທີເຊີດຊູຜະລິດຕະພັນ, ການບໍລິການດີເດັ່ນຂອງນະຄອນໃນປີ 2023. ມີຜະລິດຕິພັນ, ການບໍລິການ 100 ຢ່າງຂອງ 74 ວິສາຫະກິດ ໂດຍສະຫະສະມາວິສາຫະກິດ ນະຄອນໂຮ່ຈີມິນ ຄົມໄດ້ຮັບການເຊີດຊູ ແລະ ມອບໃບຢັ້ງຢືນຜະລິດຕະພັນ, ການບໍລິການດີເດັ່ນຂອງນະຄອນໃນປີ 2023. ນີ້ແມ່ນບັນດາຜະລິດຕະພັນ, ການບໍລິສັກຂອງບັນດາວິສາຫະກິດທີ່ມີຄວາມປະດິດຄິດສ້າງຫຼາຍຢ່າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຄຸ້ມຄອງການຜະລິດຜະລິດຕະພັນ, ການບໍລິການທີ່ບັນລຸຄຸນນະພາບທີ່ດີ, ບໍ່ພຽງແຕ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກເທົ່ານັ້ນ ຫາກຍັງຮັບປະກັນໄດ້ບັນດາປັດໄຈກ່ຽວກັບຄຸນນະພາບຜູ້ອອກແຮງງານ, ສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ປະຊາຄົມສັງຄົມອີກດ້ວຍ.

ຕາມທ່ານປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຟ້າມເຕິນກົງ ແລ້ວ, ປີນີ້ການສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ ໄດ້ຈັດຂຶ້ນກົງກັບໂອກາດ ກົມການເມືອງຫາກໍ່ອອກມະຕິໃໝ່ກ່ຽວກັບການພັດທະນາ ແລະ ເສີມຂະຫຍາຍບົດບາດຂອງນັກທຸລະກິດ ຫວຽດນາມ ໃນໄລຍະໃໝ່. ທ່ານກ່າວວ່າ:

ມະຕິມີຄຸນຄ່າຍາວນານໃຫ້ແກ່ນັກທຸລະກິດ, ວິສາຫະກິດ ຫວຽດນາມ. ເມື່ອຫວນຄືນໄລຍະທາງແຫ່ງການພັດທະນາຂອງນັກທຸລະກິດ ຫວຽດນາມ, ພວກເຮົາເຫັນໄດ້ວ່ານັບແຕ່ເວລາປະຕິບັດການປ່ຽນແປງໃໝ່ມາຮອດປັດຈຸບັນແມ່ນ 37 ປີແລ້ວ. ປັດຈຸບັນ, ພວກເຮົາໄດ້ເລີ່ມກ້າວເຂົ້າສູ່ໄລຍະປະຕິບັດເປົ້າໝາຍ ແລະ ຄວາມຫວັງ ນຳຫວຽດນາມ ກາຍເປັນປະເທດພັດທະນາ. ແລະ ການວາງອອກມະຕິເລກທີ 41 ກໍ່ແມ່ນການກຳນົດທິດໃຫ້ແກ່ການສ້າງຖັນແຖວນັກທຸລະກິດ ຫວຽດນາມ ເຂັ້ມແຂງ, ມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດພາລະກຳ ນຳ ຫວຽດນາມ ກາຍເປັນປະເທດພັດທະນາໃນປີ 2045

ຕອບກັບ

ຂ່າວ/ບົດ​ອື່ນ