ນັກ​ທຸ​ລະ​ກິດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ

(VOVWORLD) - ໃນສະພາບການໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ດ້ວຍການເຄື່ອນໄຫວສົ່ງເສີມການຄ້າຢ່າງມີປະສິດທິຜົນ, ນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ໄດ້ປະກອບສ່ວນຢັ້ງຢືນໄດ້ທີ່ຕັ້ງຢ່າງໝັ້ນແກ່ນຂອງສິນຄ້າ ຫວຽດນາມ ຢູ່ຕະຫຼາດຕ່າງໆໃນໂລກ, ຈາກນັ້ນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ວິສາຫະກິດ.
ນັກ​ທຸ​ລະ​ກິດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ - ảnh 1ການໂອ້ລົມສົນທະນາ “ນັກທຸລະກິດ ຫວຽດນາມ ຢູ່ ຕ່າງປະເທດ ດ້ວຍເຄືອຂ່າຍຈຳໜ່າຍສິນຄ້າ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ” ຈັດຂຶ້ນໃນວັນທີ 13 ຕຸລາ (ພາບ: baoquocte.vn)

ການໂອ້ລົມສົນທະນາ “ນັກທຸລະກິດ ຫວຽດນາມ ຢູ່ ຕ່າງປະເທດ ດ້ວຍເຄືອຂ່າຍຈຳໜ່າຍສິນຄ້າ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ” ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ-ການຄ້າ ຫວຽດນາມ) ແລະ ສະຫະສະມາຄົມນັກທຸລະກິດເອກະຊົນ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 13 ຕຸລາ, ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ (13 ຕຸລາ).

        ທີ່ການໂອ້ລົມສົນທະນາບັນດາ, ຜູ້ແທນໄດ້ປຶກສາຫາລືຫຼາຍມາດຕະການເພື່ອເພີ່ມທະວີການລະດົມປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດບໍລິໂພກຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ ຫວຽດນາມ, ຕັ້ງໜ້າເຂົ້າຮ່ວມການແນະນຳສິນຄ້າ ຫວຽດນາມ ແລະ ພັດທະນາບັນດາສາຂາຈຳໜ່າຍສິນຄ້າຂອງ ຫວຽດນາມ ຢູ່ຕ່າງປະເທດທັງທາງກົງ ແລະ ທາງອ້ອມ … ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ ໃນສະພາບການໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ດ້ວຍການເຄື່ອນໄຫວສົ່ງເສີມການຄ້າຢ່າງມີປະສິດທິຜົນ, ນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ໄດ້ປະກອບສ່ວນຢັ້ງຢືນໄດ້ທີ່ຕັ້ງຢ່າງໝັ້ນແກ່ນຂອງສິນຄ້າ ຫວຽດນາມ ຢູ່ຕະຫຼາດຕ່າງໆໃນໂລກ, ຈາກນັ້ນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ວິສາຫະກິດ.

        “ພວກຂ້າພະເຈົ້າມີຂໍ້ສະເໜີຕໍ່ປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ດັ່ງນີ້: ທີໜຶ່ງແມ່ນ ໜູນຊ່ວຍວິສາຫະກິດ ຫວຽດນາມ ເຊື່ອມຕໍ່ກັບບໍລິສັດນຳເຂົ້າຕ່າງປະເທດ ເພື່ອນຳຜະລິດຕະພັນ ຫວຽດນາມ ເຂົ້າໃນລະບົບຈຳໜ່າຍຂອງຕ່າງປະເທດຢ່າງເປັນປົກກະຕິ ແລະ ຍືນຍົງ. ທີສອງແມ່ນ, ພ້ອມກັນຮ່ວມແຮງຮ່ວມໃຈກັບ ລາຍການເຄື່ອງໝາຍການຄ້າແຫ່ງຊາດເພື່ອຜັນຂະຫຍາຍການເຄື່ອນໄຫວໂຄສະນາເຄື່ອງໝາຍການຄ້າແຫ່ງຊາດຜ່ານການໂຄສະນາຜະລິດຕະພັນທີ່ດີ, ຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດ. ທີສາມແມ່ນ ສະໜອງຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການຂອງຕະຫຼາດ ໃຫ້ອົງການຄຸ້ມຄອງລັດ”. ນອກຈາກນັ້ນບັນດາຜູ້ແທນກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບເຄືອຂ່າຍສູນການຄ້າຂອງນັກທຸລະກິດຫວຽດນາມຢູ່ປະເທດຕ່າງໆໃນໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ