ນັກ​ທຸ​ລະ​ກິດຍິງ ດີ​ເດັ່ນ 60 ຄົນ ໄດ້​ຮັບ​ຂັນ​ດອກ​ກູ​ລາບ​ຄຳ

(VOVWORLD) -ການມອບຂັ້ນເພື່ອແນໃສ່ຮັບຮູ້, ຍ້ອງຍໍສັນລະເສີນ ແລະ ເຊີດຊູບັນດານັກທຸລະກິດຍິງ ທີ່ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການ, ມີຄວາມເຊື່ອໝັ້ນໃນການຊອກຫາວິທີການ, ຮັບມື ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ການພັດທະນາແບບຍືນຍົງ. ຈາກນັ້ນມີການປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ໃນສະພາບການຂອງໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດ, ພາຍຸນ້ຳຖ້ວມ ຈາກການປ່ຽນແປງຂອງດິນຟ້າອາກາດ.
ນັກ​ທຸ​ລະ​ກິດຍິງ ດີ​ເດັ່ນ 60 ຄົນ ໄດ້​ຮັບ​ຂັນ​ດອກ​ກູ​ລາບ​ຄຳ - ảnh 1ພິທີມອບນາມມະຍົດ “ນັກທຸລະກິດຍິງ ຫວຽດນາມ ດີເດັ່ນ - ຂັນດອກກູລາບຄຳ” (ພາບ: VOV)

ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດຕັ້ງ ພິທີມອບນາມມະຍົດ “ນັກທຸລະກິດຍິງ ຫວຽດນາມ ດີເດັ່ນ - ຂັນດອກກູລາບຄຳ” ໃຫ້ແກ່ນັກທຸລະກິດຍິງ 60 ຄົນ. ການມອບຂັ້ນເພື່ອແນໃສ່ຮັບຮູ້, ຍ້ອງຍໍສັນລະເສີນ ແລະ ເຊີດຊູບັນດານັກທຸລະກິດຍິງ ທີ່ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການ, ມີຄວາມເຊື່ອໝັ້ນໃນການຊອກຫາວິທີການ, ຮັບມື ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ການພັດທະນາແບບຍືນຍົງ. ຈາກນັ້ນມີການປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ໃນສະພາບການຂອງໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດ, ພາຍຸນ້ຳຖ້ວມ ຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ ລິວທິແທັງເມົາ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນລົງທຶນ ແລະ ກໍ່ສ້າງ ຟຸກຄາງ, ໄດ້ຮັບນາມມະຍົດ “ນັກທຸລະກິດຍິງ ຫວຽດນາມ ດີເດັ່ນ - ຂັນດອກກູລາບຄຳ” ກ່າວວ່າ:

ຟຸກຄາງດ້ວຍພາລະກິດນຳໜ້າ ແລະ ຊຸກຍູ້ແບບແຜນການດຳລົງຊີວິດທີ່ດີກ່ວາໃຫ້ແກ່ສຸຂະພາບຂອງປະຊາຄົມ ແລະ ສະພາບແວດລ້ອມນິເວດວິທະຍາມະນຸດສະທຳແບບຍືນຍົງ ຕາມມາດຕະຖານຂຽວຂອງທົ່ວໂລກ. ພວກຂ້າພະເຈົ້າມີຄວາມປາດຖະໜາຢາກກໍ່ສ້າງຕົວເມືອງໃຫ້ມີລັກສະນະພັດທະນາແບບຍືນຍົງ ໃນຍຸດທະສາດພັດທະນາລວມແຫ່ງຊາດ ກໍ່ຄືລັດຖະບານວາງອອກ. ນັ້ນແມ່ນການພັດທະນາແບບຍືນຍົງ, ແຕ່ລະວິສາຫະກິດ ກາຍເປັນປ້ອມທີ່ໝັ້ນຂອງ ລັດຖະບານ ແລະ ພ້ອມກັນປະກອບສ່ວນກັບ ລັດຖະບານ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນບັນຫາເສດຖະກິດ ເທົ່ານັ້ນ ຫາກຍັງແມ່ນການຮັບປະກັນຊີວິດສັງຄົມ ແລະ ຊີວິດການເປັນຢູ່ທາງດ້ານຈິດໃຈກໍ່ຄືສຸຂະພາບຂອງ ຜູ້ອອກແຮງງານ ແລະ ປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ