ນັກທຸລະກິດໜຸ່ມ ອາຊຽນ + 3 ແບ່ງປັນບົດຮຽນ startup ກະສິກຳເຕັກໂນໂລຊີສູງ

(VOVWORLD) - ກອງປະຊຸມປຶກສາຫາລືກ່ຽວກັບບົດຮຽນ startup ກະສິກຳເຕັກໂນໂລຊີສູງ, ກາລະໂອກາດ ແລະ ສິ່ງທ້າທາຍໃນການ startup ກະສິກຳເຕັກໂນໂລຊີສູງ
ນັກທຸລະກິດໜຸ່ມ ອາຊຽນ + 3 ແບ່ງປັນບົດຮຽນ startup ກະສິກຳເຕັກໂນໂລຊີສູງ - ảnh 1 ນັກທຸລະກິດໜຸ່ມ ອາຊຽນ + 3 ແບ່ງປັນບົດຮຽນ startup ກະສິກຳເຕັກໂນໂລຊີສູງ (ພາບ: TTXVN)

ວັນທີ 15 ທັນວາ, ທີ່ນະຄອນ ໂຮ່ຈີມິນ, ໃນຂອບເຂດເວທີປາໄສນັກທຸລະກິດໜຸ່ມ ອາຊຽນ + 3 ປີ 2018 ໂດຍຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັນຈັດຕັ້ງ, ຜູ້ແທນ 160 ຄົນເປັນນັກທຸລະກິດ, ການນຳໜຸ່ມທີ່ມາຈາກ 10 ປະເທດ ອາຊຽນ ແລະ 3 ປະເທດຄູ່ເຈລະຈາຂອງ ອາຊຽນແມ່ນ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບົດຮຽນ startup ກະສິກຳເຕັກໂນໂລຊີສູງ, ກາລະໂອກາດ ແລະ ສິ່ງທ້າທາຍໃນການ startup ກະສິກຳເຕັກໂນໂລຊີສູງ. ດ້ວຍຫົວຂໍ້ວ່າ: “ນັກທຸລະກິດໜຸ່ມ ອາຊຽນ + 3 ມຸ່ງໄປເຖິງພາລະກິດປະດິດຄິດສ້າງກ່ຽວກັບກະສິກຳເຕັກໂນໂລຊີສູງ”, ທີ່ເວທີປາໄສນັກທຸລະກິດໜຸ່ມ ອາຊຽນ + 3 ປີ 2018 ບັນດາຜູ້ແທນໄດ້ແບ່ງປັນຄຳຄິດເຫັນຫລາຍຢ່າງ ກ່ຽວກັບຮູບແບບ startup ໃນຂົງເຂດກະສິກຳເຕັກໂນໂລຊີສູງ. ນອກຈາກການແລກປ່ຽນ, ແບ່ງປັນບົດຮຽນ, ບັນດານັກທຸລະກິດໜຸ່ມ ອາຊຽນ + 3 ຍັງປະກອບສ່ວນຊຸກຍູ້ການພົບປະ, ພົວພັນແລກປ່ຽນສິນຄ້າ, ຜະລິດຕະພັນກະເສດລະຫວ່າງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ