ນັກທຸລະກິດໜຸ່ມ100ຄົນໄດ້ຮັບນາມມະຍົດ“ນັກທຸລະກິດໜຸ່ມດີເດັ່ນໃນການກໍ່ຮ່າງສ້າງຕົວ”

ນັກທຸລະກິດໜຸ່ມ100ຄົນໄດ້ຮັບນາມມະຍົດ“ນັກທຸລະກິດໜຸ່ມດີເດັ່ນໃນການກໍ່ຮ່າງສ້າງຕົວ” - ảnh 1
(ນັກທຸລະກິດໜຸ່ມ100ຄົນໄດ້ຮັບນາມມະຍົດ
“ນັກທຸລະກິດໜຸ່ມດີເດັ່ນໃນການກໍ່ຮ່າງສ້າງຕົວ”)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 09/08, ຢູ່​​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສູນ​ກາງ​ສະຫະ​ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ຈັດ​ຕັ້ງ​ພິທີມອບນາມມະຍົດນັກທຸລະກິດ​ໜຸ່ມ​ດີ​ເດັ່ນ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວປີ 2015. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ລາງວັນ “ນັກທຸລະກິດ​ໜຸ່ມ​ດີ​ເດັ່ນ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວ” ​ໄດ້​ຮັບ​ການຈັດ​ຕັ້ງ. ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ແມ່ນ​ພົນລະ​ເມືອງ​ຫວຽດນາມ, ພວມ​ດຳລົງ​ຕຳ​ແໜ່​ງ​ເປັນ​ການ​ນຳ​ຫຼັກ​ແຫຼ່ງ​ໃນ​ບັນ​ດາ​ວິ​ສາ​ຫະກິດ ​ຈົດ​ທະບຽນ​ເຄື່ອນ​ໄຫວ​ຖືກ​ຕາມ​ກົດໝາຍ​ຢູ່​ຫວຽດນາມ, ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຄຸ້ມ​ຄອງ, ບໍ​ລິ​ຫານ​ວິ​ສາ​ຫະກິດ, ​ເຂົ້າ​ຮ່ວມ​ວຽກ​ງານ​ສັງຄົມ​ຢ່າງ​ຕັ້ງໜ້າ… ຜ່ານ​ບັນດາ​ຮອບ​ຄັດ​ເລືອກຂອງ​ຄະນະ​ຈັດ​ຕັ​້ງ, ມີນັກທຸລະກິ​ດໜຸ່ມ 100 ຄົນ​ໄດ້​ຮັບ​ການ​ຄັດ​ເລືອກ​ເພື່ອ​ເຊີດ​ຊູ, ​ໃນ​ນັ້ນ​ມີ​ນັກທຸລະກິດ​ໜຸ່ມ​ດີ​ເດັ່ນ​ທີ່​ສຸດ 10 ຄົນ ​ໄດ້​ຮັບ ຂັນ ນັກທຸລະ​ກິດ​ໜຸ່ມດີ​ເດັ່ນ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວ ປີ 2015.

ຂ່າວ/ບົດ​ອື່ນ