ນັກ​ທ່ອງ​ທ່ຽວ ຈີນ ນັບ​ຮ້ອຍ​ຄົນ​ມາ ຫວຽດ​ນາມ

(VOVWORLD) -ຢູ່ດ່ານຊາຍແດນສາກົນຮຶວຫງິ, ມີແຂກທ່ອງທ່ຽວຈີນ 124 ຄົນເຂົ້າເມືອງ ຫວຽດນາມ ເພື່ອເລີ່ມການເດີນທາງເປັນເວລາ 3 ວັນ 2 ຄືນລົງພຶດຕິກຳຕົວຈິງຢູ່ບັນດາສະຖານທີ່ທ່ອງທ່ຽວຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຮະລອງ ຂອງແຂວງກວາງນິງ. 
ນັກ​ທ່ອງ​ທ່ຽວ ຈີນ ນັບ​ຮ້ອຍ​ຄົນ​ມາ ຫວຽດ​ນາມ - ảnh 1ແຂກທ່ອງທ່ຽວຈີນເຂົ້າເມືອງ ຫວຽດນາມ ຢູ່ດ່ານຊາຍແດນລ້າງເຊີນ 

ຕອນບ່າຍວັນທີ 15 ມີນາ, ຢູ່ດ່ານຊາຍແດນສາກົນ ມິດຕະພາບ (ລ້າງເຊີນ) ແລະ ດ່ານຊາຍແດນສາກົນລາວກາຍ (ແຂວງລາວກາຍ), ກົມໃຫຍ່ການທ່ອງທ່ຽວໄດ້ເລີ່ມເຄື່ອນໄຫວເປີດການທ່ອງທ່ຽວຂ້າມຊາຍແດນຫວຽດນາມ - ຈີນ, ຕ້ອນຮັບຄະນະແຂກທ່ອງທ່ຽວ ຈີນຄະນະທຳອິດໄປຍັງ ຫວຽດນາມ ນັບແຕ່ເວລາຫຼັງໂຄວິດ - 19.

ຢູ່ດ່ານຊາຍແດນສາກົນຮຶວຫງິ, ມີແຂກທ່ອງທ່ຽວຈີນ 124 ຄົນເຂົ້າເມືອງ ຫວຽດນາມ ເພື່ອເລີ່ມການເດີນທາງເປັນເວລາ 3 ວັນ 2 ຄືນລົງພຶດຕິກຳຕົວຈິງຢູ່ບັນດາສະຖານທີ່ທ່ອງທ່ຽວຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຮະລອງ ຂອງແຂວງກວາງນິງ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

        ໃນການຕ້ອນຮັບແຂກທ່ອງທ່ຽວສາກົນ, ສຳລັບແຂກທ່ອງທ່ຽວຈີນ, ພວກເຮົາຕ້ອງມຸ່ງໄປເຖິງກຸ່ມແຂກທ່ອງທ່ຽວຕ້ອງການຄຸນນະພາບສູງ, ເປັນຫຼາຍຮູບແບບ ແລະ ເຮັດແນວໃດຈະຮັບໃຊ້ດີທີ່ສຸດເພື່ອໃຫ້ແຂກທ່ອງທ່ຽວເກັບຄວາມຊົງຈຳທີ່ດີ, ໄປທ່ຽວຢູ່ຫວຽດນາມຫຼາຍຂຶ້ນ. ພວກເຮົາຕ້ອງຄົ້ນຄ້ວາຢ່າງລະອຽດກ່ຽວກັບຄວາມຕ້ອງການຂອງເຂົາເຈົ້າເພື່ອມີບັນດາຜະລິດຕະພັນທີ່ດີກ່ວາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບເປັນຫຼາຍຮູບແບບ. ຜະລິດຕະພັນການທ່ອງທ່ຽວຕ້ອງຕິດພັນກັບວັດທະນະທຳສະເພາະ, ພົ້ນເດັ່ນຂອງ ຫວຽດນາມ ກໍ່ຄືຂຸດຄົ້ນບັນດາຄຸນຄ່າກ່ຽວກັບທຳມະຊາດ, ຊາວຫວຽດນາມເປັນຢ່າງດີ.

ແລະກໍ່ໃນວັນທີ 15 ມີນາ, ມີແຂກທ່ອງທ່ຽວຈີນ ກ່ວາ 80 ຄົນໄດ້ເຂົ້າເມືອງຫວຽດນາມ ຜ່ານດ່ານ ລາວກາຍ ເພື່ອເຂົ້າຮ່ວມການທ່ອງທ່ຽວເປັນເວລາ 4 ວັນ 3 ຄືນຢູ່ ຮ່າໂນ້ຍ ແລະ ອ່າວຮະລອງ.

ຕອບກັບ

ຂ່າວ/ບົດ​ອື່ນ