ນັກທ່ອງທ່ຽວ ລັດເຊຍ ຈະຂີ່ຍົນຈາກ ມົດສະກູ ມານະຄອນ ດາຫນັງໂດຍກົງ

ນັກທ່ອງທ່ຽວ ລັດເຊຍ ຈະຂີ່ຍົນຈາກ ມົດສະກູ ມານະຄອນ ດາຫນັງໂດຍກົງ - ảnh 1
ນັກທ່ອງທ່ຽວລັດເຊຍຢ້ຽມຢາມ ໂຮ້ຍອານ
ພາບ:internet

(vov) - ວັນ​ທີ 15/2, ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ກວາງ​ນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ້ຍອານ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຮ່ວມ​ມື​ກັບ​ບໍລິສັດ ​ແອນ​ເຢືອງ ຈຳກັດ ຊຶ່ງ​ແມ່ນ​ຕົວ​ແທນ​ທີ່​ມີ​ສິດ​ຜູກຂາດ​ຂອງ​ບໍລິສັດ Pegas Turistik ​ແຫ່ງ ຕວັກ​ກີ ນີ້​ແມ່ນຫົວຫນ່ວຍ​ຈັດ​ຕັ້ງ​ສະ​ເພາະ ລາຍການ​ທ່ອງ​ທ່ຽວ ​ເພື່ອ​ສົ່ງ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ​​ໄປ​ເຖິງ​ ຄຸ້ມ​ເມືອງ​ເກົ່າ​ໂຮ້ຍອານ. ​ນັບແຕ່​ເດ​ືອນ 3/2012 ​​ເປັນ​ຕົ້ນ​ໄປ ແຕ່​ລະ​ມື້ ຈະ​ມີ​ນັກ​ທ່ອງ​ທ່ຽວ 200 ຄົນ ຂີ່​ຍົນຈາກ​ລັດ​ເຊຍ ​ມາ ດາ​ຫນັງ, ​​ເພື່ອ​ຢ້ຽມ​ຊົມ​ຄຸ້ມ​ເມືອງ​​ເກົ່າ ​ໂຮ້ຍອານ ​ແລະ ບັນດາ​ສະຖານ​ທີ​ໃກ້​ຄຽງ. ​ໃນ​ວັນ​ດຽວ​ກັນ, ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ້ຍອານ ​ໄດ້​ຈັດການ​ປະຊຸມ​ກັບ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ການ​ທອ່ງທ່ຽວ, ບັນດາ​ໝູ່​ບ້ານ​ຫັດຖະກຳ ​ເພື່ອ​ກຽມພ້ອມ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ