ນັກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນ ເດືອນ ຕຸລາ 2017 ສືບຕໍ່ບັນລຸ ກ່ວາ 1 ລ້ານ ເທື່ອຄົນ

(VOVWORLD) - ນັກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນ ເດືອນ ຕຸລາ 2017 ສືບຕໍ່ບັນລຸ ກ່ວາ 1 ລ້ານ ເທື່ອຄົນ. 
ນັກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນ ເດືອນ ຕຸລາ 2017 ສືບຕໍ່ບັນລຸ ກ່ວາ 1 ລ້ານ ເທື່ອຄົນ - ảnh 1ນັກທ່ອງທ່ຽວສາກົນ / ພາບປະກອບ TTXVN

ນັ້ນແມ່ນຕົວເລກໂດຍກົມໃຫຍ່ສະຖິຕິປະກາດໃນວັນທີ 29 ຕຸລາ. ນີ້ແມ່ນ ເດືອນ ທີ 7 ໄລ່ແຕ່ຕົ້ນປີ 2017, ປະລິມານ ນັກທ່ອງທ່ຽວສາກົນ ມາ ຫວຽດນາມ ບັນລຸ ກວ່າ 1 ລ້ານ ເທື່ອຄົນ/ເດືອນ. ເປັນອັນວ່າ, ໃນ 10 ເດືອນ ຂອງປີ 2017, ນັກທ່ອງທ່ຽວສາກົນຄາດວ່າ ຈະບັນລຸໄດ້ເກືອບ 10.5 ລ້ານ ເທື່ອຄົນ, ເພີ່ມຂຶ້ນກວ່າ 28% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2016.

        ໃນປີ 2017, ຂະແໜງການທ່ອງທ່ຽວສູ້ຊົນບັນລຸລະດັບເຕີບໂຕໃຫ້ໄດ້ 30%, ຕ້ອນຮັບ ນັກທ່ອງທ່ຽວສາກົນມາ ຫວຽດນາມ 13 ລ້ານ ເທື່ອຄົນ. ຂະແໜງການທ່ອງທ່ຽວໝູນໃຊ້ໂອກາດຈາກ ສັບປະດາຂັ້ນສູງ APEC 2017 ໃກ້ຈະດຳເນີນຢູ່ ດ່າໜັງ ເພື່ອໂຄສະນາເຜີຍແຜ່ຮູບພາບ ຫວຽດນາມ ເຖີງ ເພື່ອນມິດສາກົນ, ສ້າງຂີດໝາຍ ແລະ ເຄື່ອງໝາຍການຄ້າໄລຍະຍາວໃຫ້ຂະແໜງການທ່ອງທ່ຽວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ