ນັກທ່ອງທ່ຽວສາກົນມາຫວຽດນາມໃນໂອກາດບຸນເຕັດປີມະແມເພີ່ມຂຶ້ນຢ່າງແຮງ

ນັກທ່ອງທ່ຽວສາກົນມາຫວຽດນາມໃນໂອກາດບຸນເຕັດປີມະແມເພີ່ມຂຶ້ນຢ່າງແຮງ - ảnh 1
(ພາບປະກອບ)

(vovworld) - ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ແມ, ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ຫວຽດນາມ​ໄດ້​ເພີ່​ມຂຶ້ນ​ຢ່າງ​ແຮງ. ຢູ່​ຊາ​ປາ, ລາວ​ກາຍ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງ​ເທດ 50.000 ​ເທື່ອ​ຄົນ. ​ແຂວງ​​ເທື່ອ​ທຽນ - ​ເຫວ໋ຕ້ອນຮັບ 75.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 25% ​ເມື່ອ​ທຽບ​ໃສ່​ ບຸນ​ເຕັດ​ປີ​ມະ​​ເມຍ, ສະ​ເພາະ​ແຂກ​ສາກົນ​ມີ 40.000 ​ເທື່ອ​ຄົນ. ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ໃນ 10 ມື້​ຜ່ານ​ມາຂອງ​ແຂວງ ​ແມ່ນ​ບັນລຸ​ປະມານ 50 ຕື້​ດົ່ງ; ລາຍ​ຮັບ​ສັງຄົມ​ຈາກ​ການ​ບໍລິການ​ທ່ອງ​ທ່ຽວ​ບັນລຸ​ກວ່າ 150 ຕື້​ດົ່ງ. ຢູ່​ດ່າ​ນັ້ງ, ຈຳນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ກວ່າ 10% ​ເມື່ອ​ທຽບ​ໃສ່​ບຸນ​ເຕັດ​ປີ​ມະ​​ເມຍ. ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາກົນ​ແມ່ນ 66.000 ກວ່າ​ເທື່ອ​ຄົນ. ​ແລະ ກໍ່​ໃນ​ໂອກາດ​ນີ້, ນະຄອນ​ດ່າ​ນັ້ງ ​ໄດ້​ຮັບ​ກຳ່​ປັ່ນ​ທ່ອງ​ທ່ຽວ 3 ຖ້ຽວ, ທີ່​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ສາກົນມາ​ຢ້ຽມຢາມ​ນະຄອນກວ່າ 3.000 ​ເທື່ອ​ຄົນ. ສ່ວນ​ແຂວງ​ບິ່ງ​ທ້ວນກໍ່​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ປະມານ 75.500 ​ເທື່ອ​ຄົນ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາກົນ​ບັນລຸ​ປະມານ 22.000 ​ເທື່ອ​ຄົນ.

ຂ່າວ/ບົດ​ອື່ນ