ນັກທ່ອງທ່ຽວຫວຽດນາມ ໄປ ລາວນັບມື້ນັບຫຼາຍ

ນັກທ່ອງທ່ຽວຫວຽດນາມ ໄປ ລາວນັບມື້ນັບຫຼາຍ - ảnh 1
ທາດຫຼວງ

(vovworld) - ວັນ​ທີ 10/7, ທ່ານ ສາລີ ພິມ​ພິນິດ, ຫົວໜ້າ​ກົມ​ໂຄສະນາ​ການທ່ອງ​ທ່ຽວ​ລາວ ​ໃຫ້​ຮູ້​ວ່າ: ​ໃນ​ປີ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ໄປ​ລາວ​ໄດ້​ເພີ່ມ​ຂຶ້ນຫຼາຍ. ສາຍ​ເຫດ​​ແມ່ນ​ປີ​ນີ້​ມີ​ຫຼາຍ​ເຫດການ​ໃຫຍ່​ຂອງ 2 ປະ​ເທດ ​ແລະ ວັນ​ພັກ​ງານຊ້ຳ​ກັນ. ຕາມ​ການ​ສະຖິຕິ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ລາວ​ແລ້ວ, ຈຳນວນ​​ແຂກ​ທ່ອງ​ທ່ຽວ​​ ​ໄປ​ຢ້ຽມຢາມ​ລາວ ​ຖືກຈັດ​ອັນ​ດັບ 1 ​ແມ່ນ​ຫວຽດນາມ, ຖັດມາ​ແມ່ນ ​ໄທ, ມາ​ໄລ​ເຊຍ, ສິງ​ກາ​ໂປ, ຍີ່ປຸ່ນ ​ແລະ ສ ​ເກົາຫຼີ. ຈຳນວນ​ນັກ​ທ່ອງ​ທ່ຽວນີ້​ກວມ​ປະມານ 70%, ສ່ວນ​​ຍັງ​ເຫຼືອ 30% ​ແມ່ນ​ມາ​ຈາກ​ບັນດາ​ພາກ​ພື້ນ​ອື່ນ. ລາວ​ໄດ້​ວາງ​ຄາດ​ໝາຍຕ້ອນຮັບນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 3,5 ລ້ານ​ເທື່ອ​ຄົນ​ໃນ​ປີ 2015 ​ແລະ ຄາດ​ວ່າ​ລາຍ​ຮັບຈາກ​ການທ່ອງທ່ຽວບັນລຸປະມານ 500 ລ້ານ USD. ​ໃນ​ປີ​ກາຍ, ລາວ​ດຶງ​ດູດ​​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ໄດ້ 2,7 ລ້ານ​ເທື່ອ​ຄົນ ​ແລະ ບັນລຸ​ລາຍ​ຮັບກ່ວາ 400 ລ້ານ USD.

ຂ່າວ/ບົດ​ອື່ນ