ນັກທ່ອງທ່ຽວແບນຊິກ ເອົາໃຈໃສ່ຄົ້ນຫາຫວຽດນາມ ນັບມື້ນັບຫຼາຍກວ່າ

(VOVWORLD) -ຫວຽດນາມ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວບຣຸກແຊນ, ຂອງແບນຊິກ, ເຊິ່ງດຳເນີນໃນລະຫວ່າງວັນທີ 07 – 10 ກຸມພາ, ດ້ວຍບັນດາລາຍການໂຄສະນາທີ່ເປັນໜ້າປະທັບໃຈ ແລະ ດຶງດູດໃຈ.

ນັກທ່ອງທ່ຽວແບນຊິກ ເອົາໃຈໃສ່ຄົ້ນຫາຫວຽດນາມ ນັບມື້ນັບຫຼາຍກວ່າ - ảnh 1ຫວຽດນາມ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວບຣຸກແຊນ

(ພາບ: TTXVN)

ປີ 2018, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 15 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,9% ເມື່ອທຽບໃສ່ປີ 2017 ດ້ວຍນັກທ່ອງທ່ຽວກວ່າ 2 ລ້ານເທື່ອຄົນທີ່ມາຈາກເອີລົບ, ໃນນັ້ນນັກທ່ອງທ່ຽວມາຈາກແບນຊິກແມ່ນເກືອບ 32.000 ເທື່ອຄົນ.

        ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊິກ ຫວູກວາງແອງ ແລ້ວ, ສິ່ງສຳຄັນນັ້ນແມ່ນ ຫວຽດນາມ ແມ່ນຈຸດນັດພົບ ມີຄວາມດູດດື່ມ  ແລະ ປອດໄພ, ແມ່ນປະເທດທີ່ມີທິວທັດທຳມະຊາດ ແລະ ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ, ໄດ້ສ້າງຄວາມດຶງດູດເພື່ອນມິດສາກົນ.

        ງານວາງສະແດງໄດ້ດຶງດູດຊາວແບນຊິກ ມາຊອກຮູ້ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວ ເປັນສຳນວນຫຼາຍ, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຊາວແບນຊິກ ນັບມື້ນັບມີຄວາມສົນໃຈມາທ່ຽວຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ