ນັກປະພັນຫວຽດນາມ 8 ຄົນ ໄດ້ຮັບຫຼຽນໄຊແຮງງານຂອງລາວ

ນັກປະພັນຫວຽດນາມ 8 ຄົນ ໄດ້ຮັບຫຼຽນໄຊແຮງງານຂອງລາວ - ảnh 1
ນັກ​ປະພັນ​ຫວຽດນາມ 8 ຄົນ ​​ເປັນ​ກຽດໄດ້​ຮັບ
ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ແລະ ຊັ້ນ 3 ຂອງ​ລັດ​ລາວ
(ພາບ: kpl.net.la)


(vovworld) -     ນັກ​ປະພັນ​ຫວຽດນາມ 8 ຄົນ ​​ເປັນ​ກຽດໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ແລະ ຊັ້ນ 3 ຂອງ​ລັດ​ລາວ ​ໃນ​ຕອນ​ບ່າຍ​ວັນ​ທີ 26/12 ​ຍ້ອນມີ​ບັນດາ​ຜົນງານເດັ່ນ​ໃນ​ການ​ແຕ່ງ​ບົດກ່ຽວ​ກັບ​ຫົວ​ເລື່ອງ​ເວົ້າ​ເຖິງປະ​ເທດ​ລາວ ​ແລະ ມີ​ບັນດາ​ການ​ອຸທິດ​ສ່ວນ​ໃນ​ວຽກ​ງານ​ຊ່ວຍ​ເຫຼືອສ້າງ​ຖັນ​ແຖວນັກ​ສີ​ລະ​ປີນ, ວັດທະນະທຳ ລາວ ໃນ​ການ​ຕໍ່ຕ້ານ ​ຕ້ານ​ພວກ​ສັດ​ຕູ​ຜູ້​ຮຸກ​ຮານ.

        ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ນັກ​ປະພັນ​ ​ລາວ ​ໄດ້​ຈັດ​ພິທີບາສີສູ​່ຂວັນ ​ໃຫ້​ແກ່​ຄະນະ​ປະຕິບັດ​ງານ​ສະມາຄົມ​ນັກ​ປະພັນ​ຫວຽດນາມ ຕາມຮີດຄອງ​ປະ​ເພນີ​ຂອງລາວ, ສະຫງວນ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຮັກ​ແພງ ​ແລະ ​ໃກ້​ຊິດສະ​ໜິດສະໜົມ ​ແລະ ຈັດ​ຕັ້ງ​ງານ​ລາຕີ​ກັບ​ບັນດາ​ນັກ​ປະພັນ​ຫວຽດນາມ.

ຂ່າວ/ບົດ​ອື່ນ