ນັກ​ປະ​ພັນ​ຫວຽດ​ນາມ ຍາດ​ໄດ້​ລາງວັນ​ວັນ​ນະ​ຄະ​ດີ​ອາ​ຊຽນ

(VOVWORLD) -ພິທີມອບລາງວັນວັນນະຄະດີອາຊຽນ ຈະຈັດຂຶ້ນແບບທາງໄກຢູ່ນະຄອນຫຼວງ ບາງກອກ, ປະເທດໄທ ໃນຕົ້ນປີ 2022.

       ຕາມຂ່າວຈາກສະມາຄົມນັກປະພັນຫວຽດນາມ ແລ້ວ, ນັກປະພັນຫວຽດນາມ 2 ທ່ານ ໄດ້ຮັບການຄັດເລືອກຮັບລາງວັນວັນນະຄະດີອາຊຽນ ໂດຍສະມາຄົມນັກປະພັນໄທ ຈັດຂຶ້ນ ສະຫງວນໃຫ້ແກ່ບັນດານັກປະພັນວັນນະຄະດີ, ນັກກະວີດີເດັ່ນ ຂອງບັນດາປະເທດໃນພາກພື້ນອາຊຽນ. ນັ້ນແມ່ນນັກກະວີ ເຈິ່ນກວາງດ້າວ, ໄດ້ຮັບລາງວັນວັນນະຄະດີອາຊຽນ 2019 ດ້ວຍປື້ມກະວີ “ບິນໃນຝັນ” ແລະ ນັກປະພັນວັນນະຄະດີ ວໍ້ຄັກງວຽມ ໄດ້ຮັບລາງວັນວັນນະຄະດີອາຊຽນ 2020 ດ້ວຍນະວະນິຍາຍ “ທິໂລ້ ຈິງແຢັງ”.

   ຍ້ອນສະພາບໂລກລະບາດໂຄວິດ 19 ມີການຜັນແປ່ທີ່ສັບສົນ, ລາງວັນວັນນະຄະດີອາຊຽນ 2019 ແລະ ປີ 2020 ໄດ້ພິຈາລະນະລວມເປັນເທື່ອໜຶ່ງ. ນັກະພັນຫວຽດນາມ 2 ທ່ານຈະເຂົ້າຮ່ວມພິທີມອບລາງວັນແບບທາງໄກ ຊື່ງຄາດວ່າຈະຈັດຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດໄທ ໃນຕົ້ນປີ 2022. ວັນທີ 25 ກັນຍາ, ຄະນະຈັດຕັ້ງໄດ້ຈັດການເຄື່ອນໄຫວແລກປ່ຽນແບບທາງໄກ ກັບບັນດານັກປະພັນໄດ້ຮັບລາງວັນ, ຊື່ງໃນນັ້ນ, ບັນດານັກປະພັນໄດ້ຮັບລາງວັນໄດ້ອ່ານຕອນໜຶ່ງໃນບົດປະພັນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ