ນັກປະມູນການກໍ່ສ້າງຫວຽດນາມ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານລະດັບເຕັກໂນໂລຊີສູງ

(VOVWORLD) - ກຳລັງຄວາມສາມາດທາງດ້ານເຕັກໂນໂລຊີ, ວັດຖຸອຸປະກອນ, ກຳລັງແຮງງານຂອງບັນດານັກປະມູນການກໍ່ສ້າງຫວຽດນາມ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາກິດຈະກຳມີຂອບຂະໜາດໃຫຍ່
ນັກປະມູນການກໍ່ສ້າງຫວຽດນາມ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານລະດັບເຕັກໂນໂລຊີສູງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ທີ່ການເຮັດວຽກ
(ພາບ: VGP)

ວັນທີ 30 ມີນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບສະຫະສະມາຄົມນັກປະມູນການກໍ່ສ້າງຫວຽດນາມ. ນັກປະມູນການກໍ່ສ້າງຫວຽດນາມ (VACC) ແມ່ນອົງການຈັດຕັ້ງສັງຄົມອາຊີບເສລີອາສາສະໝັກຂອງບັນດາວິສາຫະກິດ ຂຶ້ນກັບທຸກພາກສ່ວນເສດຖະກິດໃນທົ່ວປະເທດ ໄດ້ຮັບອະນຸຍາດປະຕິບັດອາຊີບກໍ່ສ້າງ. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ, ກຳລັງຄວາມສາມາດທາງດ້ານເຕັກໂນໂລຊີ, ວັດຖຸອຸປະກອນ, ກຳລັງແຮງງານຂອງບັນດານັກປະມູນການກໍ່ສ້າງຫວຽດນາມ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາກິດຈະກຳມີຂອບຂະໜາດໃຫຍ່, ຮຽກຮ້ອງຕ້ອງການມີລະດັບຄວາມຮູ້ທາງດ້ານເຕັກໂນໂລຊີສູງ. ບົນພື້ນຖານກຳລັງຄວາມສາມາດ, ບົດຮຽນທີ່ມີຢູ່ແລ້ວ, ບັນດານັກປະມູນການກໍ່ສ້າງ ຕ້ອງສ້າງໂຄງປະກອບຄືນໃໝ່ຢ່າງຕໍ່ເນື່ອງ, ຍົກສູງປະສິດທິຜົນການບໍລິຫານ, ເອົາໃຈໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍູ້ແຮງການນຳໃຊ້ເຕັກໂນໂລຊີເພື່ອຫຼຸດຜ່ອນລາຍຈ່າຍ, ເພີ່ມກຳລັງແກ່ງແຍ້ງຂອງວິສາຫະກິດແຕ່ລະແຫ່ງ ແລະ ຂອງທັງຂະແໜງກໍ່ສ້າງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ