ນັກ​ປະ​ຫວັດ​ສາດ ເຢຍ​ລະ​ມັນ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ​ການ​ໝູນ​ໃຊ້​ລັດ​ທິ ມາກ - ເລ​ນິນ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄຈ້ແຍກຢ່າງຮອບດ້ານ, ເລິກເຊິ່ງ ແລະ ລອບຄອບຖີ່ຖ້ວນກ່ຽວກັບເສັ້ນທາງກ້າວເດີນຂອງ ຫວຽດນາມ ພາຍຫຼັງໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ມາຮອດປັດຈຸບັນ. 
ນັກ​ປະ​ຫວັດ​ສາດ ເຢຍ​ລະ​ມັນ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ​ການ​ໝູນ​ໃຊ້​ລັດ​ທິ ມາກ - ເລ​ນິນ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ນັກປະຫວັດສາດ, ນັກຂ່າວອາວຸໂສຂອງ ເຢຍລະມັນ Gerhard Feldbauer ຕີລາຄາບົດຂຽນມີຊື່ວ່າ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ.

        ທ່ານ Gerhard Feldbauer ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄຈ້ແຍກຢ່າງຮອບດ້ານ, ເລິກເຊິ່ງ ແລະ ລອບຄອບຖີ່ຖ້ວນກ່ຽວກັບເສັ້ນທາງກ້າວເດີນຂອງ ຫວຽດນາມ ພາຍຫຼັງໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ມາຮອດປັດຈຸບັນ, ພ້ອມທັງຊີ້ແຈ້ງວ່າ ໃນຕະຫຼອດໄລຍະນຳພາປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ໝູນໃຊ້ລັດທິມາກ - ເລນິນ ເຂົ້າໃນເງື່ອນໄຂລະອຽດ ຂອງ ຫວຽດນາມ ຢ່າງມີຫົວຄິດປະດິດສ້າງ ເພື່ອແກ້ໄຂຫຼາຍບັນຫາທີ່ສັບສົນ. ນີ້ແມ່ນບັນດາບົດຮຽນອັນລ້ຳຄ່າ ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບຫຼາຍປະເທດໃນໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ