ນັກມວຍ ເລ​ຮຶວ​ຕວານ​ ​ຊະ​ນະ​ເລີດ WBA Asia ລະ​ດັບ minimum

(VOVWORLD) -ຕອນຄ່ຳວັນທີ 20ມີນານັກມວຍ ເລຣຶວຕວານ ໄດ້ເອົາຊະນະຕໍ່ນັກມວຍໄທ Kitidech Hirunsukໃນການແຂ່ງຂັນຊິງຊະນະເລີດສະຫະພັນມວຍສາກົນ ພາກພື້ນ ອາຊີ (WBA Asiaໃນລະດັບ minimum ຢູ່ນະຄອນ ໂຮ່ຈີມິນ.

 

ນັກມວຍ ເລ​ຮຶວ​ຕວານ​ ​ຊະ​ນະ​ເລີດ WBA Asia ລະ​ດັບ minimum - ảnh 1ນັກມວຍ ເລຣຶວຕວານ ຢືນຢູ່ເບື້ອງຂາວ (ພາບ: WBA Asia)

ນີ້ແມ່ນຄັ້ງທຳອິດທີ່ນັກມວຍ ເລຣຶວຕວານ ເຂົ້າຮ່ວມການແຂ່ງຂັນໃນລະດັບ minimum ພາຍຫຼັງ ເອົາຊະນະຕໍ່ຄູ່ແຂ່ງ 3 ນັດ.  ນັກມວຍ ເລຣຶວຕວານ ຍັງເປັນນັກມວຍຫວຽດນາມ ທີ່ມີນ້ຳໜັກຕ່ຳກວ່າ 48 ກິໂລ. ສ່ວນຄູ່ຕໍ່ສູ້ຂອງ ເລຣຶວຕວານ ໃນນັດສຸດທ້າຍແມ່ນ Kitidech Hirunsuk ຈາກໄທ ດ້ວຍຜົນງານທີ່ເອົາຊະນະ 8 ນັດທີ່ເປັນໜ້າປະທັບໃຈ.

ລາງວັນຊະນະເລີດ WBA ອາຊີ ເປັນໜຶ່ງໃນບັນດານາມມະຍົດກິລາອາຊີບທີ່ມີອິດທິພົນຊື່ສຽງ, ເພື່ອຍ້ອງຍໍຊົມເຊີຍບັນດານັກມວຍດີເດັ່ນທີ່ສຸດໃນທະວີບ.

ຕອບກັບ

ຂ່າວ/ບົດ​ອື່ນ