ນັກມວຍຍິງ ຫວຽດນາມ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບ ມວຍ WBC ໂລກ

(VOVWORLD) - ໃນ Top 12 ຂອງໂລກຂອງປະເພດນ້ຳໜັກດັ່ງກ່າວ, ນັກມວຍຍິງ ຫວຽດນາມ ໄດ້ຮັບ “ໄຊຊະນະ” ນັບທັງແຊັມມວຍຍິງ ເອີລົບ, ນາງ Elisabetta Solinas ຂອງ ອີຕາລີ ແລະ ບັນດານັກມວຍຍິງຂອງ ໄທ
ນັກມວຍຍິງ ຫວຽດນາມ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບ ມວຍ WBC ໂລກ - ảnh 1ນັກມວຍຍິງ ຫວຽດນາມ ຮວິ່ງຮ່າຮິວຮຽວ
(ພາບ: TTXVN)

        ໃນຕາຕະລາງຈັດອັນດັບ ມວຍ WBC ໂລກ ເຊິ່ງຫາກໍ່ປະກາດຫວ່າງມໍ່ໆມານີ້, ນັກມວຍຍິງ ຫວຽດນາມ ຮວິ່ງຮ່າຮິວຮຽວ ໄດ້ຢືນອັນດັບທີ 1 ໃນການແຂ່ງຂັນປະເພດໜັກຕ່ຳສຸດ (45,39 ກີໂລກຣາມ). ໃນ Top 12 ຂອງໂລກຂອງປະເພດນ້ຳໜັກດັ່ງກ່າວ, ນັກມວຍຍິງ ຫວຽດນາມ ໄດ້ຮັບ “ໄຊຊະນະ” ນັບທັງແຊັມມວຍຍິງ ເອີລົບ, ນາງ Elisabetta Solinas ຂອງ ອີຕາລີ ແລະ ບັນດານັກມວຍຍິງຂອງ ໄທ, ເຊິ່ງແມ່ນປະເທດໄດ້ຮັບຖືວ່າ ແມ່ນບ້ານເກີດເມືອງນອນຂອງປະເພດກິລາມວຍ ໄທ. ໄຊຊະນະນີ້ບໍ່ພຽງແຕ່ຊ່ວຍໃຫ້ນາງ ຮິວຮຽວ ຍາດໄດ້ແຊັມປະເພດກິລາມວຍ ໄທ ອາຊີບຄັ້ງທຳອິດເທົ່ານັ້ນ, ຫາກຍັງໄດ້ເລື່ອນການຈັດອັນດັບຈາກອັນດັບທີ 5 ຂຶ້ນເປັນອັນດັບທີ 1 ໃນຕາຕະລາງມວຍໄທ WBC ໂລກ ອີກດ້ວຍ. ດ້ວຍຜົນງານດັ່ງກ່າວ, ນາງ ຮິວຮຽວ ໄດ້ກາຍເປັນນັກມວຍ ຫວຽດນາມ ທີ່ມີການຈັດອັນດັບສູງສຸດໃນປະຫວັດສາດຂອງ WBC ມວຍ.

ຕອບກັບ

ຂ່າວ/ບົດ​ອື່ນ