ນັກມວຍຍິງ ຫວຽດນາມ ເອົາຊະນະຄູ່ຕໍ່ສູ້ຄວ້າໄດ້ແຊັມລະດັບໂລກ 2 ຄັ້ງ

(VOVWORLD) -ໄຊຊະນະນີ້ໄດ້ຊ່ວຍໃຫ້ນັກກະລາຍິງ ຫງວຽນທິເຕິມ ເຂົ້າຮອບທີ 16 ເພື່ອແຂ່ງກັນກັບນັກມວຍຍິງ Lethabo Bokamoso ຂອງ Boswana.
ນັກມວຍຍິງ ຫວຽດນາມ ເອົາຊະນະຄູ່ຕໍ່ສູ້ຄວ້າໄດ້ແຊັມລະດັບໂລກ 2 ຄັ້ງ - ảnh 1ນັກມວຍຍິງ ຫງວຽນທິເຕິມ ຕີຊະນະຕໍ່ນັກມວຍຍິງ Nazym Kyzaibay, ຊາວ ກາຊັກສະຖານ
(ພາບ: IBA)

        ໃນຮອບທີ 32 ການແຂ່ງຂັນຕີມວຍ (boxing) ຍິງໂລກ 2023 ດຳເນີນແຕ່ວັນທີ 15 – 26 ມີນາ, ຢູ່ ນິວເດລີ, ປະເທດ ອິນເດຍ, ນັກມວຍຍິງ ຫງວຽນທິເຕິມ ຂອງ ຫວຽດນາມ ຕີຊະນະຕໍ່ນັກມວຍຍິງ Nazym Kyzaibay, ຊາວ ກາຊັກສະຖານ, ຢູ່ປະເພດກິລາ light flyweight. ນັກມວຍຍິງ Nazym Kyzaibay, ແມ່ນຜູ້ຄວ້າແຊັມລະດັບໂລກ 2 ຄັ້ງໃນປີ 2014 ແລະ 2016. ໄຊຊະນະນີ້ໄດ້ຊ່ວຍໃຫ້ນັກກິລາຍິງ ຫງວຽນທິເຕິມ ເຂົ້າຮອບທີ 16 ເພື່ອແຂ່ງກັນກັບນັກມວຍຍິງ Lethabo Bokamoso ຂອງ Boswana. ຖ້າຫາກຍາດໄດ້ຊະນະຕໍ່ Lethabo Bokamoso, ນັກມວຍຍິງ ຫງວຽນທິເຕິມ ຈະເຂົ້າຮອບແຂ່ງຂັນ 4 ຄົນສຸດທ້າຍ.

        ການແຂ່ງຂັນຊິງແຊັມປະເພດກິລາຕີມວຍລະດັບໂລກ 2023 (IBA Women’s World Boxing Championships) ດ້ວຍລາງວັນທັງໝົດ 2,4 ລ້ານ USD. ລາງວັນຂຶ້ນກັບລະບົບແຂ່ງຂັນຂອງສະມາຄົມຕີມວຍສາກົນ (IBA).

ຕອບກັບ

ຂ່າວ/ບົດ​ອື່ນ