ນັກ​ລົງ​ທຶນ​ຕ່າງ​ປະ​ເທດຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຕະຫຼາດ M&A ຫວຽດ​ນາມ

(VOVWORLD) -M&A ຍັງແມ່ນເສັ້ນທາງສັ້ນທີ່ສຸດ ເພື່ອໃຫ້ບັນດາບໍລິສັດຕ່າງປະເທດສາມາດແຊກຊຶມ, ເປີດກ້ວາງການຕະຫຼາດ ຫວຽດນາມ ດ້ວຍປະສິດທິຜົນສູງ ແລະ ປະຢັດຄ່າໃຊ້ຈ່າຍ. 
ນັກ​ລົງ​ທຶນ​ຕ່າງ​ປະ​ເທດຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຕະຫຼາດ M&A ຫວຽດ​ນາມ - ảnh 1ທ່ານ ເຈິ່ນກ໊ວາກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກ່າວຄຳເຫັນທີ່ ເວທີປາໄສ (ພາບ: tinnhanhchungkhoan.vn

ຢູ່ເວທີປາໄສຕະຫຼາດຊື້ຂາຍ - ໂຮມເຂົ້າ (M&A) ຫວຽດນາມ 2020 ໄດ້ຈັດຕັ້ງໃນຕອນບ່າຍວັນທີ 24 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ທ່ານ ເຈິ່ນກ໊ວາກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໄດ້ຕີລາຄາວ່າຂົງເຂດ  M&A ໄດ້ກາຍເປັນຊ່ອງທາງລະດົມທຶນທີ່ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຫັນການເຄື່ອນໄຫວດຶງດູດແຫຼ່ງກຳລັງລົງທຶນເປັນຫຼາຍຮູບແບບ ໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ, ຊຸກຍູ້ວິວັດທະນາການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນຮູບການຖືກຳມະສິດວິສາຫະກິດເປັນຫຼາຍຮູບແບບ… M&A ຍັງແມ່ນເສັ້ນທາງສັ້ນທີ່ສຸດ ເພື່ອໃຫ້ບັນດາບໍລິສັດຕ່າງປະເທດສາມາດແຊກຊຶມ, ເປີດກ້ວາງການຕະຫຼາດ ຫວຽດນາມ ດ້ວຍປະສິດທິຜົນສູງ ແລະ ປະຢັດຄ່າໃຊ້ຈ່າຍ. ທ່ານ ເຈິ່ນກ໊ວກເຟືອງໃຫ້ຮູ້ວ່າ:

ປີ 2021 ແມ່ນປີຈະຜັນຂະຫຍາຍບັນດາການວາງແຜນກຳນົດແຫ່ງຊາດໄປຮອດຂັ້ນເຂັ້ນເມືອງ. ນີ້ແມ່ນບາດກ້າວປ່ຽນແປງຢ່າງແຮງ ແລະ ມີຫຼາຍກາລະໂອກາດໃຫ້ແກ່ນັກລົງທຶນຈາກບັນດາການວາງແຜນກຳນົດນີ້. ປັດຈຸບັນ, ທີ່ດິນຂອງພວກເຮົາຍັງເຫຼືອຫຼາຍຢູ່, ຄາດວ່າ ຈະເປີດກ້ວາງຂອບເຂດໃຫ້ແກ່ບັນດານັກລົງທຶນ. ກ່ຽວກັບພະລັງງານນັ້ນ ລັດຖະບານ ຫວຽດນາມພວມຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າສ້າງແຜຜັນໄຟຟ້າ ແຜນຮ່າງ ການວາງແຜນກຳນົດພັດທະນາໄຟຟ້າແຫ່ງຊາດໄລຍະ 2021 - 2030 ແລະ ວິໄສທັດຮອດປີ 2045 ໃຫ້ສົມບູນແບບໂດຍໄວ.

ຕາມບັນດານັກຊ່ຽວຊານແລ້ວ, ຕະຫຼາດ M&A ຫວຽດນາມໄດ້ພັດທະນາຢ່າງແຮງດ້ວຍການພົວພັນການຄ້ານັບພັນຄັ້ງ, ບັນລຸໄດ້ຍອດມູນຄ່າເກືອບ 50 ຕື້ USD ໃນຕະຫຼາດ ໜຶ່ງທົດສະວັດທີ່ຜ່ານມາ. ຕາມຄາດຄະເນຂອງກຸ່ມວິສາຫະກິດຄົ້ນຄ້ວາການຕະຫຼາດ Euromonitor International ແລ້ວ, ການເຄື່ອນໄຫວ M&A ຢູ່ ຫວຽດນາມ ອາດຈະຟື້ນຟູຄືນໃໝ່ແຕ່ກາງປີ 2021, ນຳຂອບຂະໜາດ ການຕະຫຼາດກັບຄືນລະດັບປົກກະຕິແມ່ນ 5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ