ນັກລົງທຶນຕ່າງປະເທດສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈສຳລັບເສດຖະກິດ ຫວຽດນາມ

(VOVWORLD) - ເມື່ອຕີລາຄາສະພາບການລວມຂອງເສດຖະກິດໃນເດືອນ ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າເສດຖະກິດມະຫາພາກໄດ້ຮັບການຮັກສາໄວ້ເປັນປົກກະຕິ, ໄພເງິນເຟີ້ສືບຕໍ່ໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ, ດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນພຽງ 0,45%

ຕອນເຊົ້າວັນທີ 30 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມນັດສາມັນປະຈຳເດືອນສິງຫາຂອງລັດຖະບານ ດ້ວຍຫຼາຍເນື້ອໃນສຳຄັນທັງດ້ານເສດຖະກິດ - ສັງຄົມ ແລະ ສ້າງລະບອບກົດໝາຍ.

ນັກລົງທຶນຕ່າງປະເທດສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈສຳລັບເສດຖະກິດ ຫວຽດນາມ - ảnh 1ທ່ານ ຫງວຽນຊວນຟຸກ ທີ່ກອງປະຊຸມ

        ທີ່ວາລະປະຊຸມ, ເມື່ອຕີລາຄາສະພາບການລວມຂອງເສດຖະກິດໃນເດືອນ ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າເສດຖະກິດມະຫາພາກໄດ້ຮັບການຮັກສາໄວ້ເປັນປົກກະຕິ, ໄພເງິນເຟີ້ສືບຕໍ່ໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ, ດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນພຽງ 0,45%, ລະດັບສະເລ່ຍແມ່ນ 3,52%, ຄາດວ່າທັງປີຈະເພີ່ມຂຶ້ນຕ່ຳກ່ວາ 4% ຖືກຕາມຕົກວເລກຄາດໝາຍຊຶ່ງສະພາແຫ່ງຊາດວາງອອກ.

        ກ່ຽວກັບສະພາບການເສດຖະກິດ - ສັງຄົມ 8 ເດືອນ ແລະ ຄາດຄະເນທັງປີ 2018, ທ່ານນາຍົກລັດຖະມົນຕີໃຫ້ຂໍ້ສັງເກດວ່າ ໃນຈຳນວນ 12 ຄາດໝາຍທີ່ສະພາແຫ່ງຊາດມອບໝາຍໃຫ້ນັ້ນ, ຈະມີ 8 ຄາດໝາຍປະຕິບັດໄດ້ລື່ນກາຍ, 4 ຄາດໝາຍບັນລຸໄດ້ຕາມຕົວເລກໄດ້ວາງອອກ. ພິເສດ, ລະດັບການເຕີບໂຕ GDP ອາດຈະບັນລຸກ່ວາ 6,7%; ລາຍຮັບງົບປະມານລື່ນກາຍແຜນການ 3 – 5%. ບັນດາຄາດໝາຍອື່ນກໍ່ອາດຈະລື່ນກາຍຄາດໝາຍສູງ, ພິເສດແມ່ນການສົ່ງອອກເກີນດຸ່ນ; ໜີ້ສາທາລະນະຫລຸດລົງ, ໄພເງິນເຟີ້ໄດ້ຮັບການຮັກສາໄວ້ໃນລະດັບຕ່ຳກ່ວາ 4% ຕາມມະຕິຂອງສະພາແຫ່ງຊາດໄດ້ວາງອອກ:

        “ສະພາບການປະຕິບັດແຜນການປີ 2018 ເປັນໜ້າຊື່ນຊົມຫຼາຍ, ນັບທັງຄາດໝາຍດ້ານຄຸນນະພາບ ແລະ ພິເສດແມ່ນຄາດໝາຍຄຸນນະພາບ. ຄຸນນະພາບການເຕີບໂຕໄດ້ຮັບການຍົກສູງຂຶ້ນ, ສະມັດຕະພາບການອອກແຮງງານສັງຄົມແມ່ນດີກ່ວາ, ສະມັດຕະພາບການຜະລິດ, ດຳເນີນທຸລະກິດ, ນັບທັງບັນດາດ້ານກ່ຽວກັບພື້ນຖານໂຄງລ່າງຂອງສາທາລະນະສຸກ, ການສຶກສາກໍ່ດີກ່ວາ, ວັດທະນະທຳ ສັງຄົມ ກໍ່ມີຈຸດພົ້ນເດັ່ນ. ຖ້າສັງລວມຄືແນວນັ້ນເພື່ອໃຫ້ບັນດາກະຊວງຕໍ່ຈາກນີ້ມີການລາຍງານ, ໄຈ້ແຍກລະອຽດກ່ວາ, ເຮັດແຈ້ງດ້ານທີ່ພວກເຮົາເຮັດໄດ້ດີກ່ວາ ແລະ ບັນດາດ້ານຕ້ອງເອົາໃຈໃສ່ໃນແຜນການປີ 2019.”

        ເມື່ອເນັ້ນໜັກເຖິງເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ WEF – ASEAN 2018 ໃນເດືອນກັນຍາຈະມາເຖິງ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່ານີ້ແມ່ນເຫດການການພົວພັນຕ່າງປະເທດສຳຄັນທີ່ສຸດຂອງປີ 2018 ຂອງປະເທດຊາດ, ດ້ວຍການເຂົ້າຮ່ວມຂອງຫຼາຍການນຳພື້ນຖານເສດຖະກິດໃຫຍ່ຫຼາຍທ່ານ. ດັ່ງນັ້ນ, ກະຊວງການຕ່າງປະເທດ, ບັນດາຂັ້ນ, ຂະແໜງການຕ້ອງປະຕິບັດວຽກງານກະກຽມໃຫ້ແກ່ເຫດການນີ້ໃຫ້ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ