ນັກລອຍນ້ຳຫງວຽນທິແອ໋ງວຽນຄວ້າໄດ້ຫຼຽນທອງໃນການລອຍນ້ຳໂລກ

ນັກລອຍນ້ຳຫງວຽນທິແອ໋ງວຽນຄວ້າໄດ້ຫຼຽນທອງໃນການລອຍນ້ຳໂລກ - ảnh 1
ນັກ​ລອນ​ນ້ຳອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ຫງວຽນ​ທິ​ແອ໋ງວຽນ
(ພາບ: ອີນເຕີແນດ)

(vovworld) - ຕອນ​ຄຳ່ 11/8,  ນັກ​ລອຍນ້ຳອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ຫງວຽນ​ທິ​ແອ໋ງວຽນ ສາມາດ​ຄວ້າ​ໄດ້​ຫຼຽນ​ທອງ​ໃນ​ລາຍການ 200 ​ແມດ​ປະສົມສ່ວນ​ບຸກຄົນ​ຍິງທີ່​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ Cup ​ໂລກ ​ຊຶ່ງ​ພວມ​ຈັດ​ຂຶ້ຢູ່ ມົດສກູ ປະ​ເທດ ລັດ​ເຊຍ. ນັກ​ລອຍ​ນ້ຳ ຫງວຽນທິ​ແອ​໋ງວຽນ ​ໄດ້​ຢືນ​ອັນ​ດັບ 3 ດ້ວຍ​ຜົນງານ 2 ນາທີ 10 ວິນາທີ 33. ນີ້​ແມ່ນ​ຜົນງານ​ດີ​ທີ່​ສຸດ​ສຳລັບ​ລາຍການ​ນີ້​ຂອງ​ນັກ​ລອຍ​ນ້ຳ ຫງວຽນທິ​ແອ໋ງວຽນ ​ໄວ​ກ່ວາ​ຜົນ​ງານ ຢູ່ ASIAD 2014 ​ແມ່ນ 0,33 ວິນາທີ.

 

ຂ່າວ/ບົດ​ອື່ນ