ນັກລາຍງານພິເສດສປຊຮັບຮູ້ຜົນງານຂອງຫວຽດນາມໃນການປະຕິບັດສິດເສລີໃນການເຄື່ອນໄຫວສາສະໜາ

ນັກລາຍງານພິເສດສປຊຮັບຮູ້ຜົນງານຂອງຫວຽດນາມໃນການປະຕິບັດສິດເສລີໃນການເຄື່ອນໄຫວສາສະໜາ - ảnh 1
ທ່ານ Heiner Beilefeldt, ນັກ​ລາຍ​ງານ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ
(ພາບອີນເຕີແນດ)


(vovworld) – ທີ່​ວາລະ​ເຈລະຈາ​ສອງ​ຄັ້ງກ່ຽວ​ກັບຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໄສ, ​ເຊື່ອ​ຖື​ສາສະໜາ, ​ໂດຍ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ຈັດ​ຕັ້ງ ​ໃນ​ລະຫວ່າງ​ວັນ​ທີ 10-11/3/2015, ນັກ​ລາຍ​ງານ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ, ທ່ານ Heiner Beilefeldt, ​ໄດ້​ຕີ​ລາຄາ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ຈຳນວນ​ສາສະ​ນິກະ​ຊົນ, ຜູ້​ມີ​ຍົດ​ຖາ​ບັນດາສັກ​ໃນ​ສະສະ​ໜາ ກໍ່​ຄື​ວັດວາອາ​ຮາມ​ຕ່າງໆ​ຢູ່​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ. ທ່ານ Heiner Beilefeldt ສະ​ເໜີ​ຫວຽດນາມ ສືບ​ຕໍ່​ປັບປຸງ​ຂໍ້​ກຳນົດ​ກົດໝາຍ​ກ່ຽວ​ກັບ​ສາສະໜາ ​ແລະ ສະ​ແດງ​ຄວາມ​ປາຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​​ໄລຍະ​ປະຕິບັດ​ບົດ​ບາດ​ເປັນ​ນັກ​ລາຍ​ງານ​ຂອງ​ຕົນ. ​ໃນ​ຂົງ​ເຂດ​ວັດທະນະທຳ, ນັກ​ລາຍ​ງານ​ພິ​ເສດ​ກ່ຽວ​ກັບ​ສິດທາ​ງດ້ານ​ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ​, ທ່ານ​ນາງ Farida Shaheed, ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ ກໍ່​ຄື​ປັບປຸງ​ບັນດາ​ສິດ​ດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ພິ​ເສດ​ແມ່ນ​ການ​ເປີດ​ກວ້າງ​ການ​ສຳຜັດ​ຂອງ​ປະຊາຊົນ​ໃນ​ຂົງ​ເຂດ​ສຶກສາ ​ແລະ ວັດທະນະທຳ​ໃນ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ. ນັກ​ລາຍ​ງານ​ພິ​ເສດ​ຜູ້​ນີ້ ກໍ່​ຮັບ​ຮູ້​ກ່ຽວ​ກັບ​ການ​ປັບປຸງ​ຕ່າງໆ​ທາງ​ດ້ານ​ນິຕິ​ກຳ ​ແລະ ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ນັກສິລະ​ປິນ ​ແລະ ຜູ້​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສິລະ​ປະປະດິດ​ສ້າງ.

ຂ່າວ/ບົດ​ອື່ນ