ນັກວິທະຍາສາດຍິງ ຫວຽດນາມ ໄດ້ຮັບຫຼຽນກາ Pushkin ຂອງ ລັດເຊຍ

(VOVWORLD) - ວັນທີ 04 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ມອບລາງວັນລະດັບຊາດ ສະຫະພັນລັດເຊຍ - ຊຶ່ງແມ່ນຫຼຽນກາ Pushkin ປີ 2017
ນັກວິທະຍາສາດຍິງ ຫວຽດນາມ ໄດ້ຮັບຫຼຽນກາ Pushkin ຂອງ ລັດເຊຍ - ảnh 1ຮອງສາດສະດາຈານ, ປະລິນຍາເອກວິທະຍາສາດ ທ່ານນາງ ຫງວຽນຕ໋ວຽດມິງ  

ໃຫ້ຮອງສາດສະດາຈານ, ປະລິນຍາເອກວິທະຍາສາດ ທ່ານນາງ ຫງວຽນຕ໋ວຽດມິງ - ທີ່ປຶກສາວິທະຍາສາດຂອງຂະແໜງອ່ານໂລກ ລັດເຊຍ ສັງກັດພະແນກສາກົນຂອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຍ້ອນມີບັນດາຄຸນງາມຄວາມດີອັນໃຫຍ່ຫລວງໃນການປັບປຸງນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ. ນອກຈາກ ທ່ານນາງ ຫງວຽນຕ໋ວຽດມິງ ຂອງ ຫວຽດນາມ, ຍັງມີພົນລະເມືອງຂອງ Pakistan, Litva ແລະ Hungary ມີຄວາມເປັນກຽດໄດ້ຮັບລາງວັນອັນສູງສົ່ງນີ້. ກ່າວຄຳເຫັນທີ່ພິທີ ເຊິ່ງໄດ້ດຳເນີນຢູ່ສຳນັດງານກະຊວງການຕ່າງປະເທດ ລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ເນັ້ນໜັກວ່າ: ທ່ານນາງ ຫງວຽນຕ໋ວຽດມິງ ເປັນຜູ້ນຳໜ້າໃນວຽກງານສອນພາສາ ລັດເຊຍ ຢູ່ ຫວຽດນາມ, ເກືອບ 60 ປີຜ່ານມາ ທ່ານນາງ ຫງວຽນຕ໋ວຽດມິງ ໄດ້ກໍ່ສ້າງລຸ້ນຄົນທີ່ດີເລີດ  ເຊິ່ງແມ່ນນັກຄົ້ນຄວ້າ ລັດເຊຍ ວິທະຍາທີ່ມີຄວາມເກັ່ງກ້າສາມາດ

ຕອບກັບ

ຂ່າວ/ບົດ​ອື່ນ