ນັກວິທະຍາສາດຍິງ ຫວຽດນາມຄົນທຳອິດ ໄດ້ຮັບລາງວັນ IASS ແລະ ດວງດາວ Vernadski

ນັກວິທະຍາສາດຍິງ ຫວຽດນາມຄົນທຳອິດ ໄດ້ຮັບລາງວັນ IASS ແລະ ດວງດາວ Vernadski - ảnh 1
ທ່ານ​ນາງ ຫງວຽນ​ທິ​ແທງ​ຍ່ານ ຮັບ​ລາງວັນຈາກ IASS
(ພາບ: dantri.com.vn)


(vovworld) – 2 ລາງວັນອັນ​ສູງ​ສົ່ງ​ຂອງ​ສະພາ​ມະຫາບັນດິດ​ສາກົນ​ກ່ຽວ​ກັບ​ການ​ຄົ້ນຄວ້າ​ລະບົບ​ສະຫະພັນ​ລັດ​ເຊຍ​ (IASS) ​ໄດ້​ມອບ​ໃຫ້​ທ່ານ​ນາງ ດຣ. ຫງວຽນ​ທິ​ແທງ​ຍ່ານ, ສະມາຊິກ​ສະພາ​ມະຫາບັນດິດປະທານ, ຜູ້ອຳນວຍການ​​ໃຫຍ່ບໍລິສັດ​ຫຸ້ນ​ສ່ວນ​ກ້າວ​ໜ້າ​ສາກົນ (AIC). ທ່ານ​ນາງ ຫງວຽນ​ທິ​ແທງ​ຍ່ານ ກໍ່​ແມ່ນ​ຜູ້​ຍິງ​ຄົນ​ທຳ​ອິດ​ຂອງ​ພາກ​ພື້ນ​ອາຊີ​ແລະ ຫວຽດນາມ ທີ່​ໄດ້​ຮັບ​ລາງວັນຈາກ IASS, ​ເຊິ່ງ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງສະພາ​ມະຫາບັນ​ດິດ IASS, ​​​ໄລຍະ 10 ປີ​ຈຶ່ງ​ມອບ​ລາງວັນ​ເທື່ອ​ໜຶ່ງ. ພິທີ​ມອບ​ລາງວັນ​ຖືກດຳ​ເນີນ​​ໃນ​ວັນ​ທີ 11/02, ຢູ່​ຮ່າ​ໂນ້ຍ.

        ​ໃນ 10 ປີຜ່ານມາ, ທ່ານ​ນາງ ຫງວຽນ​ທິ​ແທງ​ຍ່ານ ​ແລະ ບັນດາ​ຜູ້​ຮ່ວມ​ງາມ​ຂອງ​ທ່ານ​ນາງ​ຢູ່ AIC ​ໄດ້​ມານະ​ພະຍາຍາມ​ນຳ​ 32 ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ທີ່​ສຸດນ​ຳ​ໃຊ້ຢູ່ຫວຽດນາມ ສຳ​ເລັດຜົນ. 32 ​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ​ຂຶ້ນ​ກັບ​ຫຼາຍ​ຂົງ​ເຂດ​ຄື: ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຊີ​ເພື່ອ​ບຳບັດ​ນ້ຳ​​ເສຍ; ນຳ​ໃຊ້​ເຕັກ​​ໂນ​ໂລ​ຊີ​ເພື່ອ​​ບຳບັດ​ທີ່​ດິນ​ຖືກມົນ​ລະ​ພິດໃຫ້ສະອາດ, ຢາຂ້າ​ແມງ​ໄມ້ ​ແລະ ທາດ​​ເຄມີ​ໂອ​ຊິນທີ່​ຕົກຂ້າງ​ໄວ້​; ນຳ​ໃຊ້​ບັນດາເຕັກ​ໂນ​ໂລຊີ​ໃໝ່​ເພື່ອ​ຍົກ​ສູງ​ຄຸນ​ນະພາບການບຳລຸງ​ສ້າງ, ນຳ​ໃຊ້​ບັນດາ​ຜົນງານ​ດ້ານ​ເຕັກ​ໂນ​ໂລ​ຊີ

    ລາງວັນ IASS ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ນັກວິທະຍາ​ສາດ​ທີ່​ມີ​ຜົນງານ​ດີ​ເດັ່ນ ​ແລະ ມີ​ບັນດາ​ການ​ອຸທິດສ່ວນ, ​ປະກອບສ່ວນພິ​ເສດ​ໃນ​ຂົງ​ເຂດ​ວິທະຍາສາດ​ໃນ​ທົ່ວ​ໂລກ​. ລາງວັນ​ດວງ​ດາວ V.I.Vernadski ​ເຊິ່ງ​ແມ່ນລາງວັນ​ໂດຍ​ສະພາມະຫາບັນດິດ IASS ​ເຊີດ​ຊູ​ໃຫ້​ບັນດາ​ນັກວິ​ທະຍາ​ສາດ​ດີ​ເດັ່ນ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ