ນັກວິທະຍາສາດຫວຽດນາມໄດ້ເຊີດຊູເປັນສະມາຊິກສະພາມະຫາບັນດິດວິທະຍາສາດເຕັກນິກໄຟຟ້າສະຫະພັນລັດເຊຍ

ນັກວິທະຍາສາດຫວຽດນາມໄດ້ເຊີດຊູເປັນສະມາຊິກສະພາມະຫາບັນດິດວິທະຍາສາດເຕັກນິກໄຟຟ້າສະຫະພັນລັດເຊຍ - ảnh 1
ທ່ານ​ປະ​ທານ​ສະ​​ພາ​ມະ​ຫາບັນ​ດິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄຟ​ຟ້າ ສະ​ຫະ​ພັນ ລັດ​ເຊຍ Pavel Butyril

(vovworld) – ຕາມ​ນັກ​ຂ່າວ VOV ປະ​ຈຳ​ລັດ​ເຊຍ ແລ້ວ, ວັນ​ທີ 17/2, ດ້ວຍ​ອັດ​ຕາ​ບັດ​ສະ​ໜັບ​ສະ​ໜູນ​ທັງ​ໝົດ, ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ, ສາດ​ສະ​ດາ​ຈານ - ດ​ຣ ວິ​ທະ​ຍາ​ສາດ ຫງວຽນ​ກວກ​ສີ, ໄດ້​ຮັບ​ການ​ເລືອກ​ຕັ້ງ​ແມ່ນ​ສະ​ມາ​ຊິກ​​ຂອງ​ສະ​ພານີ້. ດ້ວຍ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ, ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ຫງວຽນ​ກວກ​ສີ ໄດ້​ກາຍ​ເປັນ​ສະ​ມາ​ຊິກ​​ຖາ​ວອນ​ຂອງ​​ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄຟ​ຟ້າ ສະ​ຫະ​ພັນ ລັດ​ເຊຍ.

        ມ​ີຫຼາຍ​ກິດ​ຈະ​ກຳ​ຄົ້ນ​ຄ້​ວາ​ຂອງ​ລາ​ວ​ພ້ອມ​ກັ​ບ​ເພື່ອນ​ຮ່ວມ​ງານ​ໄດ້​ຮັບ​ການ​ນຳ​ໃຊ້​ໃນ​ບັນ​ດາ​ຂົງ​ເຂດ ອາ​ວະ​ກາດ, ການ​ທະ​ຫານ, ປ​້ອງ​ກັນ​ຊາດ, ເສດ​ຖະ​ກິດ… ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ເຫດ​ການນີ້, ທ່ານ​ປະ​ທານ​ສະ​​ພາ​ມະ​ຫາບັນ​ດິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄຟ​ຟ້າ ສະ​ຫະ​ພັນ ລັດ​ເຊຍ Pavel Butyril, ໃຫ້​ຮູ້​ວ່າ:

        “​ໃນ​ໄລ​ຍະປະ​ຕິ​ບັດ​ວຽກ​ງານ​ວິ​ທະ​ຍາ​ສາດ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ກໍ່​ຄ​ື​ບັນ​ດາ​ນັກ​ສຶກ​ສາ​ເຊິ່ງ​ພວມ​ຂ້າ​ພະ​ເຈົ້າ​ໄດ້​ບຳ​ລຸງ​ສ້າງຫຼາຍ. ເຂົາ​ເຈົ້າ​ແມ່ນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ມີ​ຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ​ໃນ​ການ​ອອກ​ແຮງ​ງານ, ເປັນ​ຄົນໃຈ​ດີ ແລະ ປະ​ຕິ​ບັດ​ຕາມກົດ​ລະ​ບຽບ​. ສຳ​ລັບ ສາດ​ສະ​ດາ​ຈານ - ດ​ຣ ວິ​ທະ​ຍາ​ສາດ ຫງວຽນ​ກວກ​ສີ ແລ້ວ, ລາວ​ເປັນ​ຜູ້​ສະຫຼາດຫຼາຍ.”


ຂ່າວ/ບົດ​ອື່ນ