ນັກວິລະຊົນແຮງງານ ຫງວຽນກວາງເມົາ ໄດ້ຮັບນາມມະຍົດ ສາສະດາຈານ ກິຕິມະສັກຂອງສະຖານບັນມະຫາວິທະຍາໄລສະຖິຕິໂລກ

(VOVWORLD) - ນັກວິລະຊົນແຮງງານ ຫວຽດນາມ ຫງວຽນກວາງເມົາ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາ ເດີດຫວຽດ (ດິນແດນ ຫວຽດ) ໄດ້ເປັນກຽດຮັບນາມມະຍົດສາດສະດາຈານກິຕິມະສັກຂອງສະຖາບັນມະຫາວິທະຍາໄລສະຖິຕິໂລກ
ນັກວິລະຊົນແຮງງານ ຫງວຽນກວາງເມົາ ໄດ້ຮັບນາມມະຍົດ ສາສະດາຈານ ກິຕິມະສັກຂອງສະຖານບັນມະຫາວິທະຍາໄລສະຖິຕິໂລກ - ảnh 1ນັກວິລະຊົນແຮງງານ ຫວຽດນາມ ຫງວຽນກວາງເມົາ (ຜູ້ຢູ່ກາງ) (ພາບ:toquoc.vn)

 

ວັນທີ 11 ກັນຍາ, ຢູ່ນະຄອນຫຼວງ ນິວ ເດລີ, ປະເທດ ອິນເດຍ, ສະຫະພັນສະຖິຕິໂລກ (Worldkings) ໄດ້ຈັດລາຍການ “ການພົບປະສະຖິຕິໂລກຄັ້ງທີ 4”. ລາຍການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງການນຳບັນດາວິສາຫະກິດ ແລະ ປະຊາຄົມສະຖິຕິໃນໂລກເກືອບ 3.000 ຄົນ.

        ທີ່ລາຍການ, ນັກວິລະຊົນແຮງງານ ຫວຽດນາມ ຫງວຽນກວາງເມົາ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາ ເດີດຫວຽດ (ດິນແດນ ຫວຽດ) ໄດ້ເປັນກຽດຮັບນາມມະຍົດສາດສະດາຈານກິຕິມະສັກຂອງສະຖາບັນມະຫາວິທະຍາໄລສະຖິຕິໂລກ (World Records University – WRU) – ຂຶ້ນກັບສະຫະພັນສະຖິຕິໂລກ (Worldkings).

        ເຄື່ອງປັ້ນດິນເຜົາ ເດີດຫວຽດ ແມ່ນເຄື່ອງໝາຍການຄ້າ ດິນຈີ່, ດິນຂໍອັນດັບ 1 ຂອງ ຫວຽດນາມ. ຜະລິດຕະພັນຂອງ ເຄື່ອງປັ້ນດິນເຜົາ ເດີດຫວຽດ ໄດ້ສົ່ງອອກໄປຂາຍຢູ່ຫຼາຍປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ