ນັກ​ສຶກ​ສາ ລາວ ຢູ່ ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ

(VOVWORLD) -ວັນທີ 18 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບມະຫາວິທະຍາໄລ ຫງວຽນເຕິດແທັ່ງ ໄດ້ຈັດລາຍການຕ້ອນຮັບບຸນປີໃໝ່ໃຫ້ບັນດານັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ນະຄອນ. ເຂົ້າຮ່ວມລາຍການດັ່ງກ່າວ ມີທ່ານນາງ ພິມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ລາວ ປະຈຳ ນະຄອນ ໂຮ່ຈີມິນ ພ້ອມດ້ວຍນັກສຶກສາລາວ ແລະ ຫວຽດນາມ 250 ຄົນ.
ນັກ​ສຶກ​ສາ ລາວ ຢູ່ ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ - ảnh 1ບັນດາຜູ້ແທນຖ່າຍຮູບພ້ອມກັບນັກສຶກສາໃນບຸນປີໃໝ່ລາວ (ພາບ: VOV)

ໃນລາຍການດັ່ງກ່າວ, ນັກສຶກສາ ລາວ ແລະ ຫວຽດນາມ ໄດ້ສະແດງບັນດາລາຍການສິລະປະວັນນະຄະດີທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງສອງປະເທດ. ນາງ ສີຈັນ ແກ້ວມະນີວັນ ນັກສຶກສາປີປີ 4 ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ແບ່ງປັນວ່າ:

        “ນ້ອງຮູ້ສຶກດີໃຈຫຼາຍເມື່ອໄດ້ຕ້ອນຮັບບຸນປີໃໝ່ຢູ່ໂຮງຮຽນແຫ່ງນີ້. ໃນໂອກາດບຸນປີໃໝ່ລາວນີ້, ກໍມີຫຼາຍອົງການຈັດບຸນປີໃໝ່ໃຫ້ແກ່ນັກສຶກສາລາວ. ໝູ່ເພື່ອນຄົນ ຫວຽດ ແລະ ຄູອາຈານ ຍາມໃດກໍຊ່ວຍເຫຼືອ, ຖ້າວ່າ ພວກນ້ອງມີອັນໃດທີ່ບໍ່ເຂົ້າໃຈ ຫຼື ປະສົບກັບຄວາມຫຍຸ້ງຍາກນັ້ນ ເຂົາເຈົ້າກໍ່ຊ່ວຍເຫຼືອ. ນ້ອງເຫັນວ່າ ຄົນ ຫວຽດ ຮັກແພງພວກນ້ອງຄືກັນກັບລູກຫຼານໃນຄອບຄົວດຽວກັນ”.

        ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບມະຫາວິທະຍາໄລແຫ່ງຕ່າງໆ, ສະຖາບັນ, ຫໍສະໝຸດນັກສຶກສາຈັດຫຼາຍກິດຈະກຳຊອກຮູ້ກ່ຽວກັບວັດທະນະທຳ - ປະຫວັດສາດຂອງ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ແລະ ຊ່ວຍເຫຼືອເງິນໃຊ້ຈ່າຍເສັງໃບຂັບຂີ່ລົດຈັກປະເພດ A1 100% ໃຫ້ແກ່ນັກສຶກສາລາວ ທີ່ພວມຮຽນຢູ່ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ