ນັກສຶກສາ ຫວຽດນາມ ຍາດໄດ້ລາງວັນທີ 3 ທີ່ງານແຂ່ງຂັນເຕັກໂນໂລຊີທົ່ວໂລກ

(VOVWORLD) - ທິມ ຫວຽດນາມ ມີນັກສຶກສາ 3 ຄົນ ໄດ້ເຂົ້າຮ່ວມການແຂ່ງຂັນກັບ 146 ທິມທີ່ມາຈາກ 36 ປະເທດ, ເຂດແຄ້ວນ ແລະ ຍາດໄດ້ລາງວັນທີ 3
ນັກສຶກສາ ຫວຽດນາມ ຍາດໄດ້ລາງວັນທີ 3 ທີ່ງານແຂ່ງຂັນເຕັກໂນໂລຊີທົ່ວໂລກ - ảnh 1ທິມ ຫວຽດນາມ ໄດ້ຮັບລາງວັນໃນການແຂ່ງຂັນ
(ພາບ:Huawei)

ວັນທີ 29 ພຶດສະພາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ: ຮອບຊິງຊະນະເລີດທົ່ວໂລກຂອງງານແຂ່ງຂັນ Huawei ICT Competition 2022 – 2023 ໄດ້ຈັດຂຶ້ນຢູ່ແຂວງ ເຊີນເຈີນ (ປະເທດຈີນ), ບັນດານັກສຶກສາ ເຕັກໂນໂລຊີຂໍ້ມູນຂ່າວສານຂອງ ຫວຽດນາມ ຍາດໄດ້ລາງວັນທີ 3. ທິມ ຫວຽດນາມ ມີນັກສຶກສາ 3 ຄົນ ໄດ້ເຂົ້າຮ່ວມການແຂ່ງຂັນກັບ 146 ທິມທີ່ມາຈາກ 36 ປະເທດ, ເຂດແຄ້ວນ ແລະ ຍາດໄດ້ລາງວັນທີ 3.

        ງານແຂ່ງຂັນ Huawei ICT Competition ແມ່ນໂຄງການຈຸດສຸມນອນໃນຂໍ້ລິເລີ່ມ “ເພື່ອໃຫ້ອະນາຄົດ 2.0” ຂອງກຸ່ມບໍລິສັດນາໆຊາດ Huawei. ໂດຍໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດໃນປີ 2015, ການແຂ່ງຂັນເພື່ອແນໃສ່ສ້າງເວທີແຂ່ງຂັນດ້ວຍການແກ່ງແຍ້ງທີ່ໂປ່ງໃສ, ແມ່ນບ່ອນລະຫຼີ້ນເຕັກໂນໂລຊີ ເພື່ອໃຫ້ນັກສຶກສາມະຫາວິທະຍາໄລ ແລະ ວິທະຍາໄລໃນທົ່ວໂລກໄດ້ພົບປະແລກປ່ຽນນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ