ນັກ​ສຶກ​ສາ ຫວຽດ​ນາມ ບັນ​ລຸ​ລາງວັນ​ທີ 1 ໃນ​ການ​ເສັງ “​​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ສັງ​ຄົມ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງປີ 2021” ຢູ່ ກາ​ນາ​ດາ

(VOVWORLD) -ໂຄງການ Nanoneem ໂດຍທ່ານນາງ ປະລິນຍາເອກ ເຢືອງຫງວຽນຮົ່ງຍຸງ ພ້ອມດ້ວຍກຸ່ມນັກສຶກສາພະແນກ ເຕັກໂນໂລຢີຊີວະສາດ, ມະຫາວິທະຍາໄລສາກົນ - ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແລະ ນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ ຮ່າໂນ້ຍ ຈໍານວນໜຶ່ງປະຕິບັດ. 
ນັກ​ສຶກ​ສາ ຫວຽດ​ນາມ ບັນ​ລຸ​ລາງວັນ​ທີ 1 ໃນ​ການ​ເສັງ “​​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ສັງ​ຄົມ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງປີ 2021” ຢູ່ ກາ​ນາ​ດາ - ảnh 1ບັນດາສະມາຊິກປະຕິບັດ ໂຄງການ Nanoneem (ພາບ: vov.vn)

ຄະນະຈັດຕັ້ງການເສັງ “ດໍາເນີນທຸລະກິດເພື່ອສັງຄົມຢ່າງມີຫົວຄິດປະດິດສ້າງ ປີ 2021 (Social Business Creation – SBC) ຫາກໍປະກາດໝາກຜົນຮອບສຸດທ້າຍ ດ້ວຍລາງວັນທີໜຶ່ງໄດ້ແກ່ ໂຄງການ Nanoneem ຂອງກຸ່ມນັກສຶກສາມະຫາວິທະຍາໄລສາກົນ - ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ການເສັງໂດຍມະຫາວິທະຍາໄລ HEC Montreal Canda ແລະ ສາດສະດາຈານ Muhammad Yunus - ເຊິ່ງເປັນຜູ້ທີ່ຍາດໄດ້ລາງວັນ Nobel ສັນຕິພາບ 2006 ເປັນຜູ້ລິເລີ່ມ ແລະ ຈັດຕັ້ງຂຶ້ນ.

ໂຄງການ Nanoneem ໂດຍທ່ານນາງ ປະລິນຍາເອກ ເຢືອງຫງວຽນຮົ່ງຍຸງ ພ້ອມດ້ວຍກຸ່ມນັກສຶກສາພະແນກ ເຕັກໂນໂລຢີຊີວະສາດ, ມະຫາວິທະຍາໄລສາກົນ - ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແລະ ນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ ຮ່າໂນ້ຍ ຈໍານວນໜຶ່ງປະຕິບັດ. ນີ້ແມ່ນໂຄງການຄົ້ນຄວ້າຜະລິດຢາປ້ອງກັນພືດ, ໝູນໃຊ້ເຕັກໂນໂລຢີ Nano ເຂົ້າໃນການສ້າງຄວາມທົນທານໃຫ້ແກ່ບັນດາສ່ວນປະກອບທຳມະຊາດ, ຈາກນັ້ນ ຍົກສູງປະສິດທິຜົນໃນການຂ້າສັດຕູພືດ.

ຕອບກັບ

ຂ່າວ/ບົດ​ອື່ນ