ນັກສຶກສາ ຫວຽດນາມ ສ້າງບຸກຄະລິກກະພາບ, ກຳລັງຄວາມສາມາດປະດິດຄິດສ້າງ, ສະຕິຄວາມຮັບຜິດຊອບສັງຄົມໃຫ້ສົມບູນແບບ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງສະມາຄົມນັກສຶກສາ ຫວຽດນາມ ອາຍຸການຜ່ານມາ ມີບັນດາບາດກ້າວບຸກທະລຸ, ຈັດຫຼາຍຂະບວນການປະດິດຄິດສ້າງ, ແທດຈິງ, ເຕົ້າໂຮມ, ສາມັກຄີນັກສຶກສາພາຍໃນປະເທດ ແລະ ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ນັກສຶກສາ ຫວຽດນາມ ສ້າງບຸກຄະລິກກະພາບ, ກຳລັງຄວາມສາມາດປະດິດຄິດສ້າງ, ສະຕິຄວາມຮັບຜິດຊອບສັງຄົມໃຫ້ສົມບູນແບບ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ
(ພາບ: VOV)

ຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ XI ອາຍຸການ 2023 – 2028.

        ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງສະມາຄົມນັກສຶກສາ ຫວຽດນາມ ອາຍຸການຜ່ານມາ ມີບັນດາບາດກ້າວບຸກທະລຸ, ຈັດຫຼາຍຂະບວນການປະດິດຄິດສ້າງ, ແທດຈິງ, ເຕົ້າໂຮມ, ສາມັກຄີນັກສຶກສາພາຍໃນປະເທດ ແລະ ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫວັງວ່າ: ນັກສຶກສາ ຫວຽດນາມ ຄວນກຳນົດຄວາມຮັບຜິດຊອບຂອງຕົນຕໍ່ປະເທດຊາດ, ພ້ອມກັບປະຊາຊົນປະຕິບັດຄວາມຄາດຫວັງຮອດປີ 2045, ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃຫ້ປະກົດຜົນເປັນຈິງ:

        “ສະມາຄົມນັກສຶກສາຄວນເອົາໃຈໃສ່ການສຶກສາອົບຮົມທາງດ້ານຄຸນສົມບັດ, ສ້າງບຸກກະລິກກະພາບ, ກຳລັງຄວາມສາມາດ, ສະຕິຄວາມຮັບຜິດຊອບສັງຄົມໃຫ້ນັກສືກສາ, ສ້າງແບບແຜນການດຳລົງຊີວິດ, ການປະພຶດ… ໃຫ້ສົມບູນແບບ. ສະມາຄົມທຸກຂັ້ນຕ້ອງຖືເປັນສຳຄັນເລື່ອງຍົກສູງສະຕິຄວາມຮູ້, ທັກສະ, ຄຸນສົມບັດໃຫ້ແກ່ນັກສຶກສາ ປັບຕົວກັບຍຸກສະໄໝດີຈີຕອນ, ປ່ຽນໃໝ່ຮູບແບບການເຕົ້າໂຮມ, ຄວາມສາມັກຄີ ນັກສຶກສາ; ເພີ່ມທະວີວຽກງານຖະແຫຼງຂ່າວຢ່າງຕັ້ງໜ້າ, ແບບຢ່າງວຽດດີຄົນເດັ່ນ, ສຶກສາອົບຮົມສະຕິຄວາມເຄົາລົບປະຕິບັດຖືກົດໝາຍໃຫ້ແກ່ນັກສຶກສາ”.

ຕອບກັບ

ຂ່າວ/ບົດ​ອື່ນ