ນັກ​ສຶກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ສິງ​ກະ​ໂປ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ແບບ​ທາງ​ໄກ

(VOVWORLD) -ກອງປະຊຸມສຳມະນາກ່ຽວກັບວຽກເຮັດງານທຳແບບທາງໄກ ດ້ວຍຫົວຂໍ້ “VNYA 2021 Career Fair” ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າກຸ່ມບໍລິສັດ ຫວຽດນາມ ຈຳນວນໜຶ່ງ ພ້ອມດ້ວຍ ນັກສຶກສາ, ອະດີດນັກສຶກສາ ຫວຽດນາມ ກວ່າ 600 ຄົນ ທີ່ມາຈາກ 13 ປະເທດ ແລະ ເຂດແຄວ້ນໃນໂລກ. 
ນັກ​ສຶກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ສິງ​ກະ​ໂປ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ແບບ​ທາງ​ໄກ - ảnh 1(ພາບປະກອບ: VNYA)

ໃນລະຫວ່າງວັນທີ 24 – 25 ກໍລະກົດ, ສະມາຄົມນັກສຶກສາ ຫວຽດນາມ ຢູ່ ສິງກະໂປ (VNYA) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບວຽກເຮັດງານທຳແບບທາງໄກ ດ້ວຍຫົວຂໍ້ “VNYA 2021 Career Fair” ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າກຸ່ມບໍລິສັດ ຫວຽດນາມ ຈຳນວນໜຶ່ງ ພ້ອມດ້ວຍ ນັກສຶກສາ, ອະດີດນັກສຶກສາ ຫວຽດນາມ ກວ່າ 600 ຄົນ ທີ່ມາຈາກ 13 ປະເທດ ແລະ ເຂດແຄວ້ນໃນໂລກ. ນີ້ແມ່ນກໍລາຍການທີ່ໄດ້ຮັບການກະກຽມ ແລະ ຈັດຕັ້ງຢ່າງລອບຄອບຖີ່ຖ້ວນຈາກ VNYA ໃນເວລາ 2 ເດືອນ ພ້ອມກັບຄວາມມານະພະຍາຍາມຂອງສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ເພື່ອແນໃສ່ເຊື່ອມຕໍ່ ແລະ ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບສະພາບແວດລ້ອມເຮັດວຽກໃນອະນາຄົດ ໃນສະພາບການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ