ນັກ​ສຶກສາ​ຢູ່​ຮ່າ​ໂນ້ຍ ​​ເລີ່​ມ​ກັບ​ຄືນ​ສູ່​ໂຮງ​ຮຽນ​ເປັນ​ປົກກະຕິ​

(VOVWORLD) -ມະຫາວິທະຍາໄລຫຼາຍແຫ່ງ ໄດ້ເປີດປະຕູ ເພື່ອຕ້ອນຮັບນັກສຶກສາກັບຄືນສູ່ໂຮງຮຽນເປັນປົກກະຕິ.
ນັກ​ສຶກສາ​ຢູ່​ຮ່າ​ໂນ້ຍ ​​ເລີ່​ມ​ກັບ​ຄືນ​ສູ່​ໂຮງ​ຮຽນ​ເປັນ​ປົກກະຕິ​ - ảnh 1 ຫ້ອງຮຽນຢູ່ມະຫາວິທະຍາໄລວິທະຍາສາດ ແລະ ສັງຄົມມະນຸດສາດ (ພາບ: laodong.vn)

        ຕອນເຊົ້າວັນທີ 2 ມີນາ, ມະຫາວິທະຍາໄລຫຼາຍແຫ່ງ ໄດ້ເປີດປະຕູ ເພື່ອຕ້ອນຮັບນັກສຶກສາກັບຄືນສູ່ໂຮງຮຽນເປັນປົກກະຕິ ພາຍຫຼັງໄດ້ພັກຮຽນໃນໄລຍະໜຶ່ງ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ໂຮງຮຽນແຫ່ງຕ່າງໆ ລ້ວນແຕ່ໄດ້ສີດນໍ້າຢາຂ້າເຊື້ອ, ເຮັດອະນາໄມ, ສະໜອງນໍ້າຢາລ້າງມື, ຜ້າອັດປາກໃຫ້ແກ່ນັກສຶກສາ. ນອກຈາກນັ້ນ, ທາງໂຮງຮຽນກໍໄດ້ກະກຽມຜ້າອັດປາກອະນາໄມ, ນໍ້າຢາຂ້າເຊື້ອ ເພື່ອແຈກຢາຍໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານ, ຄູອາຈານ, ນັກສຶກສາ; ພ້ອມທັງວັດອຸນຫະພູມຮ່າງກາຍນໍາອີກ. ເພາະສະນັ້ນ, ນັກສຶກສາ ຕ່າງກໍມີຄວາມອຸ່ນອ່ຽນໃຈ ເມື່ອກັບມາຮຽນເປັນປົກກະຕິ.


ຕອບກັບ

ຂ່າວ/ບົດ​ອື່ນ