ນັກ​ສຶກ​ສາ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່ກຸງ​ເກົ່າ​ເຫ້ວ

(VOVWORLD) -ຕອນຄ່ຳວັນທີ 10 ເມສາ, ຢູ່ກຸງເກົ່າເຫ້ວ, ໂຮງຮຽນວິທະຍາໄລສ້າງຄູ ເທື່ອທຽນເຫ້ວ ໄດ້ສົມທົບກັບມະຫາວິທະຍາໄລເຫ້ວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈັດຕັ້ງ ບຸນປີໃໝ່ລາວ 2022 - ພ.ສ 2565 ຂອງປະເທດ ສປປ.ລາວ.
ນັກ​ສຶກ​ສາ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່ກຸງ​ເກົ່າ​ເຫ້ວ - ảnh 1ບຸນປີໃໝ່ລາວ 2022 ຢູ່ກຸງເກົ່າເຫ້ວ(ພາບ:  TTXVN)

ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ນັກສຶກສາປະມານ 400 ຄົນ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ເທື່ອທຽນເຫ້ວ. ລາຍການໄດ້ວາດພາບບັນດາພິທີກຳທີ່ເປັນມູນເຊື້ອຂອງບຸນປີໃໝ່ຢ່າງຄົບຖ້ວນຄື ພິທີຫົດນ້ຳ, ພິທີມັດແຂນ…

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮຸຍທ໊າຍ, ຮອງຫົວໜ້າພະແນກຕ່າງປະເທດ ແຂວງ ເທື່ອທຽນ - ເຫ້ວເນັ້ນໜັກເຖິງວ່າ: ເລື່ອງບັນດານັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ ນະຄອນ ເທື່ອທຽນ - ເຫ້ວ ແລະ ບັນດາທ້ອງຖິ່ນຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ