ນັກສຶກສາລາວ, ໄທ ຕ້ອນຮັບບູນປີໃໝ່ ປະຈຳຊາດຢ່າງເບິກບານມ່ວນຊື່ນ

ນັກສຶກສາລາວ, ໄທ ຕ້ອນຮັບບູນປີໃໝ່ ປະຈຳຊາດຢ່າງເບິກບານມ່ວນຊື່ນ - ảnh 1

(ພາບປະກອບ)

(vovworld)- ​ຕອນ​ບ່າຍວັນ​ທີ 14/4, ຢູ່ ​ມະຫາວິທະຍາ​ໄລວິ​ງ-​ແຂວງ​ເງະ​ອານ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່-​ສົງການ ​ໃຫ້​ແກ່​ບັນດາ​ນັກ​ສຶກສາລາ​ວ, ​ໄທ ພວມ​ຮ່ຳຮຽນ​ຢູ່​ໂຮງ​ຮຽນ​ແຫ່ງ​ນີ້ ດ້ວຍ​ບັນດາ​ຮີດຄອງ​ປະ​ເພນີ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ບຸນປີ​ໃໝ່​ລາວ ​ແລະ ບຸນ​ສົງການຄື: ພິທີ​ອວຍພອນ, ຫົດ​ນ້ຳ, ບາສີສູ່ຂວັນພ້ອມດ້ວຍບັນດາ​ລາຍການ​ສະ​ແດງ​ສິລະ​ປະ. ສະມາຄົມ​ມິ​ຕະພາບ​ຫວຽດນາມ-​ລາວ ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ແກ່​ນັກ​ສຶກສາລາ​ວ 10 ຄົນພວມ​ຮ່ຳຮຽນ​ຢູ່​ໂຮງຮຽນ ​ແລະ ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ​ຈຳນວນ​ໜຶ່ງ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ໂຮງຮຽນ.

   ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ​ໂຮງຮຽນ​ວິທະຍາ​ໄລ​ສ້າງ​ຄູກ​ວາງ​ນິງ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ນັກ​ສຶກສາລາ​ວ ​ແລະ ນັກ​ສຶກສາ​ແຂວງ​ກວາງ​ນິງ ​ໃນ​ໂອກາດ​ບຸນປີ​ໃໝ່​ລາວ ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ສະ​ແດງ​ໃຫ້​ເຫັນນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ພິ​ເສດ​ຫວຽດນາມ-​ລາວ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ນັກ​ສຶກສາລາ​ວ.

ຂ່າວ/ບົດ​ອື່ນ