ນັກສຶກສາລາວກວ່າ 600 ຄົນພວມຮໍ່າຮຽນຢູ່ເຊີນລາຈັດພິທີຕ້ອນຮັບບຸນປີໃໝ່

ນັກສຶກສາລາວກວ່າ  600 ຄົນພວມຮໍ່າຮຽນຢູ່ເຊີນລາຈັດພິທີຕ້ອນຮັບບຸນປີໃໝ່ - ảnh 1
(ພາບປະກອບ: baomoi.com)

​(vovworld) – ຕອນ​ບ່າຍ​ວັນ​ທີ 14/04, ມີ​ນັກ​ສຶກສາລາ​ວ ກວ່າ 600 ຄົນທີ່ພວ​ມຮໍ່າຮຽນ​ຢູ່​​ແຂວງ​ເຊີນ​ລາ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່ ພ້ອມ​ກັບ​ບັນດາ​ຄູ​ອາຈານ ​ແລະ ບັນດາ​ນັກ​ສຶກສາ​ຫວຽດນາມ. ແຕ່ລະ​ປີ, ​ໃນ​ໂອກາດ​ນີ້ຄະນະອະທິການ​ບໍດີ​ບັນດາ​ໂຮງຮຽນ​ຄື: ວິທະຍາ​ໄລ​ການ​ແພດ​ເຊີນ​ລາ, ມະຫາວິທະຍາ​ໄລ​​ໄຕ​ບັ໋ກ ​ແລະ ວິທະຍາ​ໄລ​ເຊີນ​ລາ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່ ​ໃຫ້​ບັນດາ​ນັກ​ສຶກສາລາ​ວ ທີ່ພວມ​ຮໍ່າຮຽນ​ຢູ່​ແຂວງ​ເຊີນ​ລາ. ​ເຖິງ​ວ່າ, ຕ້ອນຮັບ​ບຸນປີ​ໃໝ່​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ຄອບຄົວ​ຂອງ​ຕົນ​ກໍ່ຕາມ, ​ແຕ່​ບັນດາ​ພິທີທີ່​ເປັນ​ມູນ​ເຊື້ອ​ຂອງ​ບຸນປີ​ໃໝ່ ຍັງຄັງ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ, ຖືກ​ກັບ​ຮີດ​ຄອງປະ​ເພນີ​ຂອງ​ລາວ. ບັນດາ​ນັກ​ສຶກສາລາ​ວ ພວມ​ຮໍ່າຮຽນ​ຢູ່​ເຊີນ​ລາ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ນ້ຳ​ໃຈ​​ອົບ​ອຸ່ນ​ຈາກ​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ​ຫວຽດນາມ.
ຂ່າວ/ບົດ​ອື່ນ