ນັກສຶກສາລາວຢູ່ດ້ຽນບຽນຕ້ອນຮັບບຸນປີໃໝ່ປະເພນີ

ນັກສຶກສາລາວຢູ່ດ້ຽນບຽນຕ້ອນຮັບບຸນປີໃໝ່ປະເພນີ - ảnh 1
ພິທີບາສີສູ່ຂວັນ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 14/4, ​ໂຮງຮຽນ​ວິທະຍາ​ໄລ​ສ້າງ​ຄູ ດ້ຽນບຽນ ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ປະ​ເພນີ​ໃຫ້​ແກ່​ນັກຮຽນ, ນັກ​ສຶກສາ ລາ​ວທີ່​ພວມ​ຮຳ່ຮຽນ​ຢູ່​ແຂວງ ດ້ຽນບຽນ. ​ໃນ​ການ​ພົບ​ປະ​ແລກປ່ຽນ, ການ​ນຳ​ໂຮງຮຽນ ພ້ອມ​ກັບ​ຄູ​ອາຈານ ​ແລະ ນັກຮຽນ, ນັກ​ສຶກສາ​ດ້ຽນບຽນ ​ໄດ້ສົ່ງ​ຄຳ​ອວຍພອນ​ປີ​ໃໝ່ອັນ​ດີງາມ​ທີ່​ສຸດ​ເຖິງບັນດາ​ນັກຮຽນ, ນັກ​ສຶກສາລາ​ວ ​ແລະ ຈັດ​ພິທີ​ບາສີສູ່ຂວັນອີກ. ນອກ​ນັ້ນ​, ບັນດານັກຮຽນ, ນັກ​ສຶກສາລາວ​ຍັງ​ພ້ອມ​ກັບນັກຮຽນ, ນັກ​ສຶກສາ​​ແຂວງ​ ດ້ຽນບຽນຮ່ວມ​ພິທີ​ຫົດ​ນ້ຳ​ຂໍ​ໂຊກ​ຂໍ​ລາບ ​ແລະ ຟ້ອນ​ລຳວົງ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ລາວ​ອີກ​ດ້ວຍ.

ກ່ອນ​ໜ້າ​ນັ້ນ, ​ໃນ​ລະຫວ່າງ​ວັນ​ທີ 12-13/4, ໂຮງຮຽນ​ວິທະຍາ​ໄລ​ສ້າງ​ຄູ ດ້ຽນບຽນ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະ​ຫຼິ້ນ, ​ແຂ່ງຂັນ​ກິລາ​ເຊັ່ນ: ​ເຕະບານ, ​ເຕະ​ກະຕໍ້, ດຶງ​ເຊືອກ​ລະຫວ່າງນັກຮຽນ, ນັກ​ສຶກສາສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ