ນັກສຶກສາລາວຮຳ່ຮຽນຢູ່ດ້ຽນບຽນຕ້ອນຮັບບຸນປີໃໝ່ຢ່າງເບີດບານມ່ວນຊື່ນ

ນັກສຶກສາລາວຮຳ່ຮຽນຢູ່ດ້ຽນບຽນຕ້ອນຮັບບຸນປີໃໝ່ຢ່າງເບີດບານມ່ວນຊື່ນ - ảnh 1
ພິທີບາສີສູ່ຂວັນ
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 15/4, ​ໂຮງຮຽນ​ວິທະຍາ​ໄລສ້າງ​ຄູ ດ້ຽນບຽນ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່ ​ໃຫ້​ແກ່​ບັນດານັກຮຽນ, ​ນັກ​ສຶກສາ ສປປ ລາວ ທີ່​ພວມ​ຮຳ່ຮຽນ​ຢູ່​ແຂວງ ດ້ຽນບຽນ. ບັນດາ​ນັກຮຽນ, ນັກສຶກສາ ລາວ ​ໄດ້​ຈັດ​ພິທີ​ບາສີສູ່ຂວັນ​ຕາມ​ຮີດຄອງ​ປະ​ເພນີເພື່ອ​ຕ້ອນຮັບ​ປີ​ໃໝ່ ​ແລະ ​ຫົດນ້ຳ​ຫອມ, ອວຍພອນ​​ໃຫ້​ກັນມີ​ໂຊກ​ມີ​ລາບ, ມີ​ຄວາມ​ຜາ​ສຸກ​ໃນ​ປີ​ໃໝ່. ນອກຈາກ​ນັ້ນ, ບັນດາ​ນັກຮຽນ, ນັກ​ສຶກສາ ລາວ ​ແລະ ​ນັກ​ສຶກສາ ຫວຽດນາມຢູ່ ດ້ຽນບຽນ ຍັງ​ພ້ອມ​ກັນຟ້ອນ​ລຳວົງ ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​​ຂອງລາວ.

 

ຂ່າວ/ບົດ​ອື່ນ