ນັກສຶກສາຫວຽດນາມຕ້ອນຮັບປີໃໝ່ປະຈຳຊາດຢູ່ກຳປູເຈຍ

ນັກສຶກສາຫວຽດນາມຕ້ອນຮັບປີໃໝ່ປະຈຳຊາດຢູ່ກຳປູເຈຍ - ảnh 1
ການ​ສະ​ແດງ​ສີ​ລະ​ປະ​ໃນ​ງານ​ບຸນ​ຂອງ​ນັກ​ສຶກ​ສາ​ຢູ່ ກຳ​ປູ​ເຈຍ

(vovworld) - ຕອ​ນ​ຄ່ຳ​ວັນ​ທີ 7/1, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ, ຄະ​ນະ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ກຳ​ປູ​ເຈຍ ໄດ້​ຈັດ​ຕັ້ງ​ຄ່ຳ​ຄືນ​ມະ​ໂຫລານ​ຂ່ຳ​ນັບ​ຮັບ​ຕ້ອນ​ປີ​ໃໝ່​ປີ​ຣະ​ກາ 2017. ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມີ​ຜູ້​ຕາງ​ໜ້າ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ກຳ​ປູ​ເຈຍ ແລະ ນັກ​ຮຽນ, ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່​ນີ້​ເປັນ​ຈຳ​ນວນຫຼວງຫຼາຍ. ນັກ​ສຶກ​ສາ ເລ​ຈູງ​ກຽນ, ຫົວ​ໜ້າ​ຄະ​ນະ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮຽນ​ຢູ່​ກຳ​ປູ​ເຈຍ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່​ຈາກ​ສະ​ຖານ​ທ​ູດ ຫວຽດ​ນາມ, ບັນ​ດາ​ອົງ​ການ​​ສຳ​ນັກ​ງານຕາງ​ໜ້າ, ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ ຫວຽດ​ນາມ ຢູ່​ກຳ​ປູ​ເຈຍ. ພວກ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຮ່ຳ​ຮຽນ​ເພື່ອ​​ມີຄວາມ​ຮູ້ ແລະ ກັບ​ເມືອ​ຮັບ​ໃຊ້​ປະ​ເທດ​ຊາດ​ຊາ​ດ”.

                                                        


ຂ່າວ/ບົດ​ອື່ນ