ນັກສຶກສາຫວຽດນາມຢູ່ໂມຊຳບິກໂຄສະນາຮູບພາບປະເທດຊາດ

ນັກສຶກສາຫວຽດນາມຢູ່ໂມຊຳບິກໂຄສະນາຮູບພາບປະເທດຊາດ - ảnh 1
ນັກສຶກສາຫວຽດນາມຢູ່ໂມຊຳບິກໂຄສະນາຮູບພາບປະເທດຊາດ
(ພາບ: TTXVN)

(vovworld) - ຢູ່​ມະຫາວິທະຍາ​ໄລ​ສ້າງ​ຄູ​ ໂມ​ຊຳ​ບິ​ກ (UP), ​ກຸ່ມ​ນັກ​ສຶກສາ​ຫວຽດນາມລວມມີ 7 ຄົນ, ທີ່​ພວມ​ຮຽນ​ພາສາ ແອດ​ສະ​ປາຍ ​ຕາມ​ສັນຍາ​ລະຫວ່າງ​ສອງ​ປະ​ເທດ, ຫາ​ກໍ່​ສົມທົບ​ກັບ​ຄະນະ​ປະຕິບັດ​ງານ​ນັກ​ສຶກສາ ມະຫາວິທະຍາ​ໄລ UP ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ ​ກັບ​ນັກ​ສຶກສາ​ບັນດາ​ປະ​ເທດ ​ໂມ​ຊຳ​ບິ​ກ, ​ເຢຍລະ​ມັນ, ບຣາຊິນ, ຕານ​ຢາ​ເນຍ, ອາ​ຟະ​ລິ​ກາ​ໃຕ້… ທີ່​ພວມ​ຮຳ່ຮຽນ​ຢູ່​​ແຫ່ງ​ນີ້, ​ເພື່ອ​ແນ​ໃສ່​ແນະນຳ​ຮູບ​ພາບ​ປະ​ເທດ​ຊາດ, ປະຊາຊົນ ​ແລະ ອາຫານຫວຽດນາມ. ຜູ້ຕາງໜ້າ​ກຸ່ມ​ນັກ​ສຶກສາ​ ຫວຽດນາມ​ ມີ​ບົດ​ລາຍ​ງານ ​​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ​ຫວຽດນາມ ​ດ້ວຍ​ພາສາ​ ແອດ​ສະ​ປາຍ. ອັນ​ໄດ້​ສ້ງຄວາມ​ປະ​ທັບ​ໃຈ​ທີ່​ດີ​​ໃຫ້​ນັກ​ສຶກສາ​ປະ​ເທດ​ຕ່າງໆ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ