ນັກສຶກສາອາສາສະໝັກ ນະຄອນຫຼວງ ເຂົ້າຮ່ວມການກໍ່ສ້າງ ຊົນນະບົດໃໝ່

ນັກສຶກສາອາສາສະໝັກ ນະຄອນຫຼວງ ເຂົ້າຮ່ວມການກໍ່ສ້າງ ຊົນນະບົດໃໝ່ - ảnh 1
ນັກ​ສຶກສາ​ອາສາ​ສະໝັກເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່
(ພາບ: thiduakhenthuongvn.org.vn)


(vovworld) - ຄະນະ​ຊາວ​ໜຸ່ມ​ນະຄອນຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ​ແຕ່​ນີ້​ຮອດ​ທ້າຍ​ເດືອນ 07/2013, ມີນັກ​ສຶກສາ​ອາສາ​ສະໝັກ​​ເກືອ​ບ 200 ຄົນ ​​ເຊິ່ງ​ແມ່ນ​ນັກ​ສຶກສາ​ດີ​ເດັ່ນ​ຂອງ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ, ສະ​ຖາ​ບັນ​ໃນ​ບໍ່​ລິ​ເວນ​ຮ່າ​ໂນ້ຍ ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ ຢູ່ 9 ຕາ​ແສງ​ຊານ​ນະຄອນ​ຮ່າ​ໂນ້ຍ. ບັນດາ​ນັກ​ສຶກສາ​ໄດ້ຮັບ​ການ​ຄັດ​ເລືອກ​ຈາກ​ຂະ​ແໜງ​ລົງ​ເລິກ​ສະ​ເພາະ​ທີ່​ເໝາະ​ສົມ​ກັບ​ບັດ​ດາ​ເນື້ອ​ໃນ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຊິ່ງ​ເຄື່ອນ​ໄຫວ​ເປັນ 3 ໝວດ​ຫົວ​ເລື່ອງໃຫຍ່​ຄື: ​ເຂົ້າ​ຮ່ວມ​ການ​ໂຄສະນາ, ​ເຜີຍ​ແຜ່​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ພັກ, ລັດ, ນະຄອນ​ຮ່າ​ໂນ້ຍ ​ແລະ ຂອງ​ທ້ອງ​ຖິ່ນ; ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ການ​ກໍ່ສ້າ​ງຊີວິດ​ວັດທະນະທຳ, ທິວ​ທັດ​ທຳ​ມະ​ຊາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ, ​ແນ​ະນຳ​ການ​ເຄື່ອນ​ໄຫວ​ພັກ​ແລ້ງ​ໃຫ້​ແກ່​ເຍົາວະ​ຊົນ, ອະນຸຊົນ.
ຂ່າວ/ບົດ​ອື່ນ