ນັກສຶກສາແລະຄູສອນມະຫາວິທະຍາໄລການຄ້າຕ່າງປະເທດຢືນເປັນຮູບແຜນທີ່ຫວຽດນາມຢັ້ງຢືນອະທິປະໄຕເຂດທະເລ,ໝູ່ເກາະ

ນັກສຶກສາແລະຄູສອນມະຫາວິທະຍາໄລການຄ້າຕ່າງປະເທດຢືນເປັນຮູບແຜນທີ່ຫວຽດນາມຢັ້ງຢືນອະທິປະໄຕເຂດທະເລ,ໝູ່ເກາະ - ảnh 1
ນັກສຶກສາແລະຄູສອນມະຫາວິທະຍາໄລການຄ້າຕ່າງປະເທດ
ຢືນເປັນຮູບແຜນທີ່ຫວຽດນາມຢັ້ງຢືນອະທິປະໄຕເຂດທະເລ,ໝູ່ເກາະ

(ພາບ:baotintuc.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/5, ຢູ່​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງລາຍ​ການ “ຄູ​ສອນ ​ແລະ ນັກ​ສຶກສາ ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​​ໄຕເຂດທະ​ເລ, ໝູ່​ເກາະ ຫວຽດນາມ”. ນັກ​ສຶກສາ ​ແລະ ພະນັກງານ, ຄູ​ສອນຂອງ ​ໄຮ​ງຮຽນ​ກ່ວາ 3.000 ຄົນ ​ໄດ້​ນຸ່ງ​ເສື້ອ​ມີ​ຮູບ​ທຸງແດງ ດາວຄຳ ຢືນເປັນຮູບ​ແຜນ​ທີ່ ຫວຽດນາມ ທີ່ມີ 2 ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ເພື່ອ​ແນ​ໃສ່​ຢັ້ງຢືນ​ອະທິປະ​ໄຕເຂດທະ​ເລ, ​ໝູ່​ເກາະ ຫວຽດນາມ. ລາຍການ​ມີ​ຄວາມ​ໝາຍ​ແທດ​ຈິງ, ​ແມ່ນ​ສຽງ​ເວົ້າ​ຂອງ​ຄູ​ສອນ ​ແລະ ນັກ​ສຶກສາ​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທ​ດ ສຳລັບ​ການ​ກະທຳ​​ໄປ​ຝືນ​ກັບ​ກົດໝາຍ​ສາກົນ​ຂອງ ຈີນ, ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ລາຍການ​ກໍ່​ຮຽກຮ້ອງ​ພະນັກງານ, ຄູ​ສອນ​ທັງ​ໝົດ​ພ້ອມ​ກັບ​ນັກ​ສຶກສາ​ໃນ​ໂຮງຮຽນ​ສະໜັບສະໜູນ, ລະດົມ​ກຳລັງ​ໃຈ, ຊ່ວຍ​ເຫຼືອ​ບັນດາ​ສະມາ​ຊິກຂອງ​ສະມາຄົມ​ອາຊີບ​ຫາ​ປາ, ຊາວ​ປະມົງພວມ​ປະກອບອາຊີບການປະມົງບົນ​ທະ​ເລ, ປົກ​ປັກ​ຮັກສາ​ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ