ນັກສືບສອດແນມ ອິດສະລາແອນ ດັບສູນຫົວໂປ່ຜູ້ທີ 2 ຂອງອົງການກໍ່ການຮ້າຍ Al Qaeda

(VOVWORLD) - ວັນທີ 13 ພະຈິກ, ໜັງສືພິມ New York Times ຂອງ ອາເມລິກາ ໄດ້ຄັດສະເໜີຄຳເວົ້າຂອງວົງການເຈົ້າໜ້າທີ່ສືບລາຊະການລັບໂດຍໃຫ້ຮູ້ວ່າ: 

Abdullah Ahmed Abdullah - ຫົວໂປ່ຜູ້ທີ 2 ຂອງອົງການກໍ່ການຮ້າຍ al-Qaeda, ຖືກກ່າວຫາວ່າ ໄດ້ໜູນຊ່ວຍແກ່ການຂຶ້ນແຜນການວາງລະເບີດໃສ່ສະຖານທູດ ອາເມລິກາ 2 ແຫ່ງຢູ່ ອາຟຣີກາ ເມື່ອປີ 1998, ຖືກບັນດານັກສືບສອດແນມ ອິດສະລາແອນ ດັບສູນ ໃນເດືອນ ສິງຫາ 2020 ຕາມຄວາມຮຽກຮ້ອງຂອງ ອາເມລິກາ. Abdullah Ahmed Abdullah ມີຊື່ແຝງແມ່ນ Muhammad al-Masri, ຖືກຍິງເສຍຊີວິດຢູ່ນະຄອນຫລວງ ເຕເຮຣານ ຂອງ ອີຣານ ເມື່ອເດືອນ ສິງຫາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ