ນັກສິລະປິນກ່ວາ 100 ຄົນເດີນທາງໄປ ດ້ຽນບຽນຝູ

ນັກສິລະປິນກ່ວາ 100 ຄົນເດີນທາງໄປ ດ້ຽນບຽນຝູ - ảnh 1

(ພາບ ປະກອບ)

(vovworld)- ຕອນ​ເຊົ້າວັນ​ທີ 9/3, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ສະມາຄົມ​ສິລະ​ປະ​ຫວຽດນາມ ​ໄດ້​ຈັດ​ພິທີ​ສົ່ງ​ນັກ​ສິລະ​ປິນທົ່ວ​ປະ​ເທດ, ລວມມີ 100 ກ່ວາຄົນ​​ເດີນທາງໄປດ້ຽນບຽນ​ຝູ ຊື່​ງ​ແມ່ນ​ລາຍການ​ເປີດ​ສາກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2011). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຫງວຽນ​ເທ​ກີ້ ຮອງ​ກົວ​ໜ້າ​ຄະນະ​​ໂຄສະນສຶກສາ​ສູນ​ກາງ​ໃຫ້​ຮູ້​ວ່າ: ພາຍຫຼັງ​ເວລາ 60 ປີແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ, ນັກ​ສິລະ​ປິນທົ່ວ​ປະ​ເທດ ​ໄດ້ດຳ​ເນີນ​ການ​ເດີນທາງ​ໄປ​ເຂດ​ດິນ​ແດນ​ດ້ຽນບຽນ​ຝູ ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ.

   “ມື້​ນີ້​ກັບ​ຄື​ນສູ່​ດ້ຽນບຽນ​, ພວກ​ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ພ້ອມ​ກັບ​ຄວາມ​ຮູ້ສຶກ , ອ້າຍ​ນ້ອງ​ນັກ​ສິລະ​ປິນຈະ​ສະ​ແດງ​ໃຫ້​ເຫັນ​ຊີວິດຕົວ​ຈິງ​ໃນ​ຍຸກ​ປະຈຸ​ບັນ ຊື່​ງ​ແມ່ນ​ການ​ເຊື່ອມ​ຕໍ່​ລະຫວ່າງ​ປະຫວັດສາດ, ປະຈຸ​ບັນ ​ແລະ ອະນາຄົດ. ພວກ​ຂ້າພະ​ເຈົ້າກໍ່​ຫວັງ​ວ່າ, ​ໃນ​ການ​ເດີນທາງ​ຄັ້ງນີ້, ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຢ້ຽມ​ຢາມ​ສະໜາມຮົບ​ເກົ່າ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ ປຊຊ, ນັບ​ຮົບ​​ໃນ​ສະໜາ​ມຮົບເກົ່າ​ທີ່​ພວມ​ສ້າງສາ​ດ້ຽນບຽນ​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງາມ, ອ້າຍ​ນ້ອງ​ນັກ​ສິລະ​ປິນຈະ​ມີ​ບັນດາ​ບົດ​ປະພັນ​ໃໝ່“.

 

ຂ່າວ/ບົດ​ອື່ນ