ນັກສິລະປິນກວ່າ 1.000 ຄົນເຂົ້າຮ່ວມງານປະກວດຮ້ອງເພງປະສານສຽງສາກົນໂຮ້ຍອານ 2017

(VOVWORLD) -ໂດຍນອນໃນບັນດາການເຄື່ອນໄຫວຂອງ Festival ມໍລະດົກກວາງນາມ ຄັ້ງທີ 6 ປີ 2017, ງານປະກວດຮ້ອງເພງປະສານສຽງສາກົນຫວຽດນາມ ຄັ້ງທີ 5 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 07 ມິຖຸນາ ຢູ່ນະຄອນໂຮ້ຍອານ.
ນັກສິລະປິນກວ່າ 1.000 ຄົນເຂົ້າຮ່ວມງານປະກວດຮ້ອງເພງປະສານສຽງສາກົນໂຮ້ຍອານ 2017 - ảnh 1(ງານປະກວດຮ້ອງເພງປະສານສຽງສາກົນໂຮ້ຍອານ 2017)

ງານປະກວດໂດຍສະຫະສະມາຄົມ INTERKULTUR (ສະຫະພັນເຢຍລະມັນ) ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ້ຍອານ ຈັດຕັ້ງ, ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 07 – 11 ມິຖຸນາ, ດ້ວຍການເຂົ້າຮ່ວມຂອງນັກສິລະປິນກວ່າ 1.000 ຄົນ, ທີ່ມາຈາກ 10 ປະເທດ ແລະ ເຂດແຄ້ວນໃນໂລກ. ນີ້ແມ່ນເທື່ອທີ 4 ນະຄອນໂຮ້ຍອານ ເປັນເຈົ້າພາບຈັດຕັ້ງງານປະກວດຮ້ອງເພງປະສານສຽງສາກົນ ເພື່ອແນໃສ່ນຳມາໃຫ້ມະຫາຊົນບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງຮູບແບບການສະແດງນີ້. ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນຫວຽດນາມ ແລະ ສາກົນພົບປະແລກປ່ຽນ, ສ້າງ ແລະ ພັດທະນາຮູບແບບສິລະປະນີ້. ນອກນັ້ນ, ງານປະກວດຮ້ອງເພງປະສານສຽງສາກົນ ຍັງມີຄວາມໝາຍສຳຄັນໃນການໂຄສະນາບັນດາຄຸນຄ່າມໍລະດົກ, ວັດທະນະທຳ, ສິລະປະ ແລະ ນຳມາເຊິ່ງຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງໂຮ້ຍອານ, ແຂວງກວາງນາມ ເຖິງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ