ນັກອຸປະຖຳສາກົນປ່ອຍເງິນເກືອບ 300 ລ້ານ USD ໃຫ້ແກ່ ອາບການິດສະຖານ

(VOVWORLD) -ສາຍເຫດຂອງສະພາບຂາດແຄນສະບຽງອາຫານຢູ່ ອາບການິດສະຖານ ສ່ວນຫນຶ່ງແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ອີກດ້ານຫນຶ່ງແມ່ນຍ້ອນການຊຸດໂຊມຂອງເສດຖະກິດ ແລະ ຊັບສິນຂອງປະເທດນີ້ນັບຕື້ໆ  USD ພວມຖືກປິດລ້ອມ
ນັກອຸປະຖຳສາກົນປ່ອຍເງິນເກືອບ 300 ລ້ານ USD ໃຫ້ແກ່ ອາບການິດສະຖານ - ảnh 1ເດັກຢູ່ ຄ້າຍລິ້ໄພ  Mazar-i-Sharif ແຂວງ Balkh,ອາບການິດສະຖານ. (ພາບ: TTXVN)

ວັນທີ 10 ທັນວາ, ທະນາຄານໂລກ ໄດ້ປະກາດວ່າ ບັນດານັກອຸປະຖຳສາກົນ ເຫັນດີນຳກັນວ່າຈະປ່ອຍເງິນຈຳນວນ 280 ລ້ານ USD ໃນບ້ວງຊ່ວຍເຫລືອ ເພື່ອຫນູນຊ່ວຍມະນຸດສະທຳໃຫ້ແກ່ ປະຊາຊົນ ອາບກິນິດສະຖານ ໃນຈຸດເວລາສຳຄັນນີ້.

          ສະຫະປະຊາຊາດ ໄດ້ມີຄຳເຕືອນເປັນຫລາຍຄັ້ງວ່າ ປະຊາຊົນ ອາບການິດສະຖານ ພວມຕົກເຂົ້າສູ່ສະພາບວິກິດການມະນຸດສະທຳຮ້າຍແຮງທີ່ສຸດໃນໂລກ. ມີປະມານ 22 ລ້ານຄົນ, ເທົ່າກັບກວ່າ 50% ຈຳນວນປະຊາກອນ ອາບການິສະຖານ ມີຄວາມສ່ຽງຂາດສະບຽງອາຫານຢ່າງຮ້າຍແຮງໃນຊຸມເດືອນລະດູຫນາວ ເຮັດໃຫ້ລ້ານໆຄົນຕ້ອງໄປອົບພະຍົບຫລືຖືກ ອຶດຫິວ.

ສາຍເຫດຂອງສະພາບຂາດແຄນສະບຽງອາຫານຢູ່ ອາບການິດສະຖານ ສ່ວນຫນຶ່ງແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ອີກດ້ານຫນຶ່ງແມ່ນຍ້ອນການຊຸດໂຊມຂອງເສດຖະກິດ ແລະ ຊັບສິນຂອງປະເທດນີ້ນັບຕື້ໆ  USD ພວມຖືກປິດລ້ອມໃນບັນດາທະນາຄານຢູ່ຕ່າງປະເທດ ພາຍຫລັງກຳລັງ ຕາລີບານ ກັບຄືນກຳ ອຳນາດຢູ່ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ