ນັກຮົບ100ເທື່ອຄົນເຂົ້າຮ່ວມບັ້ນຮົບລະດູຮ້ອນຂຽວ2016ຢູ່ນະຄອນໂຮ່ຈີມິນ


ນັກຮົບ100ເທື່ອຄົນເຂົ້າຮ່ວມບັ້ນຮົບລະດູຮ້ອນຂຽວ2016ຢູ່ນະຄອນໂຮ່ຈີມິນ - ảnh 1
ພິທີ​ເລີ່​ມດຳ​ເນີນ​ບັ້ນ​ຮົບ​ລະດູ​ຮ້ອນ​ຂຽວ 2016
(ພາບ: ມິງງ້ອກ)

(vovworld) - ພິທີ​ເລີ່​ມດຳ​ເນີນ​ບັ້ນ​ຮົບ​ລະດູ​ຮ້ອນ​ຂຽວ 2016, ​ໂດຍສະຫະພັນ​ຊາວ​ໜຸ່ມ, ສະມາຄົມ​ນັກ​ສຶກສາ​ນະຄອນ ​ໂຮ່ຈີ​ມິນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/7. ​ໃນ​ການ​ເຄື່ອນ​ໄຫວ​ປີ​ນີ້, ບັນດາ​ນັກ​ອາສາ​ສະໝັກ​ຈະ​ປະຕິບັດ​ກິດຈະກຳ​ຈຸດ​ສຸມ​ຈຳນວນ​ໜຶ່ງ​ຄື: ກໍ່ສ້າງ​ທາງ​ເບ​ຕົງ 40 ກວ່າ ກມ, ສ້ອມ​ແປງ, ກໍ່ສ້າງ​ຂົວ 10 ​ແຫ່ງ, ສ້ອມ​ແປງ​ເຮັກ​​ໃໝ່ລະບົບ​ໄຟຟ້າ​ຄອບຄົວ​ໃຫ້ 500 ຄອບຄົວ​ທຸກ​ຍາກ… ທັງ​ມີ​ການ​ເຄື່ອນ​ໄຫວ​ໃຫ້​ຄຳ​ປຶກສາ​ດ້ານ​ສຸຂະພາບ, ​ແຈກ​ຢາຍ​ຢາ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້ 5 ພັນ​ຄົນ​ຢູ່​​ເມືອງ​ຕ່າງໆ; ມອບ​ຄອມ​ພິວ​ເຕີ​ເກົ່າ 250 ໜ່ວຍ, ​ແນະນຳ​ວຽກ​ເຮັດງານ​ທຳ​ໃຫ້​ຊາວ​ໜຸ່ມ, ຊາວ​ກະສິກອນ 1 ພັນ​ຄົນ. ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 50 ຫຼັງ… ທ່ານ ຟ້າ​ມຮົ່ງ​ເຊີນ, ປະທານ​ສະຫະພັນ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ, ຜູ້​ບັນຊາ​ບັ້ນ​ຮົບ, ​ໃຫ້​ຮູ້​ວ່າ:

        “​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ໃນ​ຍຸດ​ທະ​ສາດ​ລະດູ​ຮ້ອນ​ຂຽວ​ປີ​ນີ້​ແມ່ນ​ບັນຫາ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ນັກ​ອາສາ​ສະໝັກ, ​ຄະນະ​ບັນຊາ​ການ​ນະຄອນ, ບັນດາ​ໂຮງຮຽນ ​ແລະ ​ເມືອງ​ຕ່າງໆ​ໄດ້​ຊາບ​ຊືມ​ໃຫ້​ບັນດາ​ຮັກ​ຮົບ​ຢູ່​ທ້ອງ​ຖີ່​ນຢ່າງ​ລະອຽດ, ນັບ​ແຕ່​ວຽກ​ງານ​ອົບຮົມ​ຕະຫຼອດ​ຮອດ​ການ​ອົບຮົມ​ຂັ້ນ​ແຂວງ ລ້ວນ​ແຕ່​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ແລ້ວ“.

 

ຂ່າວ/ບົດ​ອື່ນ