ນັກຮົບເກົ່າຫວຽດນາມຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ

ນັກຮົບເກົ່າຫວຽດນາມຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ - ảnh 1
ທ່ານ ດິງ​ເທ​ຮີ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​
 ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: baomoi.com)

(vovworld) – ຕອນ​ເຊົ້າວັນ​ທີ 15/12 ຢູ່ ຮ່າ​ໂນ້ຍ, ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 4 ປີ​ ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ ກ່ຽວ​ກັບ “ການສືບ​ຕໍ່​ຍູ້​ແຮງຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ ​ໂຮ່ຈີ​ມິນ”. ພາຍຫລັງ 4 ປີ ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03, ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ ປະທານ ​ໂຮ່ຈີ​ມິນ​ ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ ​ສະມາຄົມທຸກຂັ້ນ​, ປະ​ກອບ​ສ່ວນ​ໂດຍ​ກົງ​ ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຈົ່ງ​ຮັກ​ພັກດີ​ຂອງ​ພະນັກ​ງານ, ສະມາຊິກ​ນັກຮົບ​ເກົ່າ​ທີ່​ມີ​ຕໍ່​ພັກ, ລັດ ​ແລະ ລະບອບ​ສັງຄົມ​ນິຍົມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ທ່ານ ດິງ​ເທ​ຮີ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ ສະ​ເໜີ​ວ່າ:

“ບັນດາ​ສະມາຄົມ ​ແລະ ພະນັກງານ​ສະມາຊິກ​ ຄວນ​ສືບ​ຕໍ່ຊາບ​ຊຶມ​ມະຕິ​ເລກທີ 03 ຂອງ​ກົມ​ການ​ເມືອງ​ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ ປະທານ ​ໂຮ​ຈີ​ມິນ, ນັບ​ທັງ​ ​ຈຸດປະສົງຄວາມ​ຮຽກຮ້ອງ​ຕ້ອງ​ການ, ​ເນື້ອ​ໃນ ຢ່າງເລິກ​ເຊິ່ງ. ຈາກ​ນັ້ນ​ມີ​ແຜນ​ນະ​ໂຍບາຍ, ມາດ​ຕະການປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການ​ຮ່ຳຮຽນ  ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ ປະທານ ​ໂຮ​ຈີ​ມິນ, ປະຕິບັດ​ຕາມ​ແບບ​ແຜນ, ວິຖີ​ຊີວິດ​ຂອງ​ປະທານ ​ໂຮ່ຈີ​ມິນ ​​ເຊິ່ງໄດ້ສະ​ແດງ​ອອກຢ່າງ​ລະອຽດ​ ໃນວຽກ​ງານ​ປະຈຳ​ວັນ, ​ໃນ​ການ​ພົວພັນ​ກັບ​ປະຊາຊົນ, ​ເພື່ອນມິດ​ສະຫາຍ, ​ເພື່ອນຮ່ວມ​ງານ…​ເປັນ​ຕົ້ນ​ແມ່ນ​ປະຕິບັດ​ຕາມ ​ປະທານ ​ໂຮ່ຈີ​ມິນ ດ້ວຍ​ບັນດາ​ການ​ກະທຳ, ​ວຽກ​ງານ​ອັນລະອຽດ”. ​ ​

 

ຂ່າວ/ບົດ​ອື່ນ