ນັກຮ້ອງ10ຄົນໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດງານປະກວດສຽງເພງອາຊຽນ+3

(VOVWORLD) -ຕອນຄ່ຳວັນທີ 19 ສິງຫາ ຢູ່ ເຊີມເຊີນ, ນະຄອນ ແທງຮວາ, ງານປະກວດສຽງເພງ ອາຊຽນ+3  ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ໄດ້ດຳເນີນຮອບຮອງຊະນະເລີດ. ຄະນະກຳມະການຕັດສິນໄດ້ຄັດເລືອກນັກຮ້ອງດີເດັ່ນ 10 ຄົນ ສືບຕໍ່ເຂົ້າຮ່ວມຮອບຊີງຊະນະເລີດໃນຕອນຄ່ຳວັນທີ 20 ສິງຫາ.
ນັກຮ້ອງ10ຄົນໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດງານປະກວດສຽງເພງອາຊຽນ+3 - ảnh 1 ນັກຮ້ອງ10 ຄົນໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດງານປະກວດສຽງເພງ       ອາຊຽນ+3

ນັກຮ້ອງ 10 ຄົນເຂົ້າຮ່ວມງານປະກວດໃນຕອນຄ່ຳວັນທີ 20 ສິງຫາ ໄດ້ຮັບການຕີລາຄາວ່າ ແມ່ນບັນດານັກຮ້ອງຫນຸ່ມທີ່ມີຄວາມເກັ່ງກ້າສາມາດ. ພົ້ນເດັ່ນຄື: ນັກຮ້ອງ ທູລານ ມາຈາກ ຫວຽດນາມ, ນັກຮ້ອງ Alvir Anthony Subrado ມາຈາກຟີລີບປີນ, NiNi Khin Zaw ມາຈາກປະເທດ ມຽນມາ, Chamroeun Sopher ມາຈາກ ກຳປູເຈຍ.. ນັກດົນຕີ ໂດຮົ່ງກວນ, ຮອງສາດສະດາຈານ, ປະທານ ສະມາຄົມນັກດົນຕີ ຫວຽດນາມ, ຫົວຫນ້າຄະນະກຳມະການຕັດສິນໃຫ້ຮູ້ວ່າ: ບັນດານັກຮ້ອງ ລ້ວນແຕ່ມີສຽງດີ, ຫລາຍຄົນແມ່ນນັກຮ້ອງອາຊີບ ໄດ້ຮັບການບຳລຸງສ້າງເປັນລະບົບ.

ໃນຮອບຊີງຊະນະເລີດ ງານປະກວດ “ສຽງເພງ ອາຊຽນ +3” ຈະໄດ້ອອກອາກາດສົດ    ຜ່ານຄື້ນກະຈາຍສຽງ ແລະ ໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ ລວມມີ: VTC1, VTC 3, VOVTV, VOV3, VOV5.

ຕອບກັບ

ຂ່າວ/ບົດ​ອື່ນ